ອາເມລິກາ ຢັ້ງຢືນ ຄວາມຕັດສິນໃຈດັບສູນ IS ຢູ່ອີຣັກ

ອາເມລິກາ ຢັ້ງຢືນ ຄວາມຕັດສິນໃຈດັບສູນ IS ຢູ່ອີຣັກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ Haider al – Abadi  ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump
(ພາບ:EPA/TTXVN)

(vovworld) – ​​ວັນ​ທີ 20/3, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ກ່ຽວ​ກັບຄວາມ​ຕັດ​ສິນ​ໃຈ​ດັບ​ສູນ​ອົງ​ການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ ຢູ່ ອີ​ຣັກ. ​ໃນ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ Haider al – Abadi ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ຖື​ວ່າ: ມີ​ໄລ​ຍະ​ຫວ່າງຢູ່ ອີ​ຣັກ ໄດ້​ສ້າງ​ຂຶ້ນ​ພາຍຫຼັງ​ບັນ​ດາ​ກຳ​ລັງ ອາ​ເມ​ລິ​ກາ ຖອນ​ອອກ​ຈາກ​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ອີ​ຣັກ ໃນ​ບັ້ນ​ຮົບ​ຕ້ານ IS. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ຫວັງ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ 2 ຝ່າຍບໍ່​ພ​ຽງ​ແຕ່​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ເທົ່າ​ນັ້ນ, ຫາ​ກ​ຍັງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ພະ​ລັງ​ງານ ກໍ່​ຄື​ທຸກໆ​ຂົງ​ເຂດ​ອື່ນ​ອີກ​ດ້ວຍ, ພິ​ເສດ​​ແມ່ນພາຍຫຼັງ 2 ຝ່າຍ​ເຊັ​ນ​ຂໍ້​ຕົກ​ລົງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ al – Abadi ກໍ່​ຢັ້ງ​ຢືນ​ວ່າ ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ກັບ ອີ​ຣັກ, ແລະ ​ປະ​ຈຸ​ບັນ, 2 ຝ່າຍ​ແມ່ນ​ຄູ່​ຮ່ວມ​ມື​ໃນ​ບັ້​ນ​ຮົບ​ຕ້ານ IS. 


ຂ່າວ/ບົດ​ອື່ນ