ອາເມລິກາ ຢັ້ງຢືນວ່າ ຍັງບໍ່ທັນມີແຜນການຍົກຍ້າຍສະຖານທູດໄປຕັ້ງຢູ່ Jerusalem ເທື່ອ ໃນຮອບເວລາ 1 ປີ

(VOVWORLD) - ວັນທີ 17 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະຕິເສດຂໍ້ມູນຂ່າວທີ່ຖືວ່າ: ວໍຊິງຕັນ ຈະຍົກຍ້າຍສະຖານທູດ ອາເມລິກາ ປະຈຳ ອິດສະລາແອັນ ໄປຕັ້ງຢູ່ນະຄອນ Jerusalem ໃນຮອບເວລາ 1 ປີຈະມາເຖິງ.

ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ບັນດານັກຂ່າວ ອິດສະລາແອັນ ໃນການເດີນທາງໄປຢ້ຽມຢາມ ອິນເດຍ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໃຫ້ຂໍ້ສັງເກດວ່າ ເລື່ອງຍົກຍ້າຍສະຖານທູດ ອາເມລິກາ ຈະດຳເນີນໃນຮອບເວລາ 1 ປີ. ເຖິງຢ່າງໃດກໍ່ຕາມ, ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Reuters, ທ່ານປະທານາທິບໍດີ Donald Trump ໄດ້ປະຕິເສດຂໍ້ມູນຂ່າວດັ່ງກ່າວ ແລະ ຊີ້ແຈ້ງວ່າ ເລື່ອງຍົກຍ້າຍສະຖານທູດ ພຽງແຕ່ເລີ່ມພິຈາລະນາເທົ່ານັ້ນ ຫາກຍັງບໍ່ທັນໄດ້ປຶກສາຫາລືລາຍລະອຽດຢ່າງແທ້ຈິງເທື່ອ. 

ຕອບກັບ

ຂ່າວ/ບົດ​ອື່ນ