ອາເມລິກາ ຢຸດຕິບັນດາການຊ້ອມຮົບຂະໜາດດ້ວຍຂອບໃຫຍ່ກັບ ສ.ເກົາຫຼີ

(VOVWORLD) - “ເຫດຜົນທີ່ຂ້າພະເຈົ້າບໍ່ຢາກດຳເນີນບັນດາການຊ້ອມຮົບຮ່ວມກັບ ສ.ເກົາຫຼີກໍ່ ເພື່ອປະຢັດເງິນຫຼາຍຮ້ອຍລ້ານ USD ໃຫ້ແກ່ປະເທດ ອາເມລິກາ ເຊິ່ງພວກເຮົາບໍ່ສາມາດໄດ້ຮັບເງິນຄືນ.”
ອາເມລິກາ ຢຸດຕິບັນດາການຊ້ອມຮົບຂະໜາດດ້ວຍຂອບໃຫຍ່ກັບ ສ.ເກົາຫຼີ - ảnh 1 ທ່ານ ປະທານາທິບໍດີ ອາເມລິຫາ Donald Trump (ພາບ: KT)

ວັນທີ 3 ມີນາ, ທ່ານ ປະທານາທິບໍດີ ອາເມລິຫາ Donald Trump ໃຫ້ຮູ້ວ່າ ໄດ້ວາງອອກຂໍ້ຕົກລົງຍົກເລີກບັນດາການຊ້ອມຮົບດ້ວຍຂອບຂະໜາດໃຫຍ່ລະຫວ່າງ ກອງທັບ ອາເມລິກາ - ກອງທັບ ສ.ເກົາຫຼີ ເພື່ອແນໃສ່ປະຢັດຄ່າໃຊ້ຈ່າຍໃຫ້ແກ່ ອາເມລິກາ. ໃນສື່ສັງຄົມອອນໄລ Twitter, ທ່ານ ປະທານາທິບໍດີ Donald Trump ຢັ້ງຢືນວ່າ: “ເຫດຜົນທີ່ຂ້າພະເຈົ້າບໍ່ຢາກດຳເນີນບັນດາການຊ້ອມຮົບຮ່ວມກັບ ສ.ເກົາຫຼີກໍ່ ເພື່ອປະຢັດເງິນຫຼາຍຮ້ອຍລ້ານ USD ໃຫ້ແກ່ປະເທດ ອາເມລິກາ ເຊິ່ງພວກເຮົາບໍ່ສາມາດໄດ້ຮັບເງິນຄືນ.” ນອກຈາກນັ້ນ, ທ່ານປະທານາທິບໍດີກໍ່ຖືວ່າໃນຂະນະນັ້ນ, ການຫຼຸດຜ່ອນຄວາມເຄັ່ງຕຶງກັບ ສປປ.ເກົາຫຼີ ເປັນໜຶ່ງໃນບັນດາການເລືອກເຟັ້ນທີ່ດີທີ່ສຸດ.

ກ່ອນໜ້ານັ້ນ, ບັນດາເຈົ້າໜ້າທີ່ປ້ອງກັນຊາດຂອງ ອາເມລິກາ ແລະ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ບັນດາການຊ້ອມຮົບຮ່ວມດ້ວຍຂອບຂະໜາດໃຫຍ່ລະຫວ່າງສອງປະເທດ ຈະຢຸດຕິລົງ ແລະ ຖືກທົດແທນດ້ວຍບັນດາການເຄື່ອນໄຫວທີ່ມີຂອບຂະໜາດນ້ອຍກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ