ອາເມລິກາ ຢືນຢັນຮັກສາແຜນການຊ້ອມຮົບກັບ ສ.ເກົາຫຼີໄວ້

(VOVWORLD) - ວັນທີ 11 ສິງຫາ, ກະຊວງປ້ອງກັນປະເທດ ອາເມລິກາ ປະກາດວ່າ ການຊ້ອມຮົບລວມປະຈຳປີ “ຜູ້ຮັກສາຄວາມເສລີ Ulchi” ຄາດວ່າໃນເດືອນນີ້ ຈະດຳເນີນຖືກຕາມແຜນການ. 

ອາເມລິກາ ຢືນຢັນຮັກສາແຜນການຊ້ອມຮົບກັບ ສ.ເກົາຫຼີໄວ້ - ảnh 1 ກ່ຳປັ່ນເດີນບິນ (ພາບ:  EPA/TTXVN)

ຖະແຫຼງດັ່ງກ່າວ ໄດ້ຍົກອອກໃນສະພາວະ ອາເມລິກາ ແລະ ສປປ.ເກົາຫຼີ ພວກຍົກອອກບັນດາຄຳນາບຂູ່ສົງຄາມ ທີ່ເຕັມໄປດ້ວຍຄວາມເຄັ່ງຕຶງ. ໂຄສົກທຳນຽບ 5 ແຈ, ພັນຕີ Christopher Logan ໃຫ້ຮູ້ວ່າ: ການຊ້ອມຮົບຈະດຳເນີນຕາມແຜນການທຳອິດ ແລະ ເລີ່ມຕົ້ນແຕ່ວັນທີ 21 ສິງຫາ. ກ່ອນໜ້ານັ້ນ ອາເມລິກາ ແລະ ສ.ເກົາຫຼີ ພວມຊັ່ງຊາກ່ຽວກັບການຜັນຂະຫຍາຍການຊ້ອມຮົບກ່ອນເວລາກຳນົດ ພາຍຫລັງພິຈາລະນາ 2 ເຫດການທົດລອງລູກສອນໄຟນຳວິຖີຂອງ ສປປ.ເກົາຫຼີ ໃນເດືອນ ກໍລະກົດ ຜ່ານມາ ແລະ ປະເທດນີ້ ອາດຈະປະຕິບັດເຫດທົດລອງນິວເຄຼຍຄັ້ງທີ 6 ໂດຍໄວ. ບັນດາແຫຼ່ງຂ່າວກໍ່ເປີດເຜີຍວ່າ ອາເມລິກາ ພວມຊັ່ງຊາກ່ຽວກັບເລື່ອງຈັດສົ່ງກ່ຳປັ່ນເດີນບິນ 2 ລຳ ແລະ ກ່ຳປັ່ນດຳນ້ຳໃຊ້ພະລັງນິວເຄຼຍບາງລຳ ໃນອາທິດທີ 3 ຂອງເດືອນນີ້, ກ່ອນທີ່ດຳເນີນການຊ້ອມຮົບລວມລະຫວ່າງ ອາເມລິກາ - ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ