ອາເມລິກາ ຢາກບັນລຸ “ຄວາມຄືບໜ້າທີ່ມີຄວາມໝາຍ” ໃນການເຈລະຈາດ້ານການຄ້າກັບຈີນ

(VOVWORLD) -ວັນທີ 12 ກັນຍາ, ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ໃຫ້ຮູ້ວ່າ, ບັນດານັກເຈລະຈາດ້ານການຄ້າຂອງປະເທດນີ້ປາດຖະໜາຢາກບັນລຸໄດ້ “ຄວາມຄືບໜ້າທີ່ມີຄວາມໝາຍ” ໃນບັນດາການເຈລະຈາທີ່ຈະມາເຖິງກັບຈີນ.

ອາເມລິກາ ຢາກບັນລຸ “ຄວາມຄືບໜ້າທີ່ມີຄວາມໝາຍ” ໃນການເຈລະຈາດ້ານການຄ້າກັບຈີນ - ảnh 1 ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin

(ພາບປະກອບ: AFP/TTXVN)

ເມື່ອແລກປ່ຽນກັບສຳນັກຂ່າວສານ CNBC, ທ່ານລັດຖະມົນຕີ Steven Mnuchin ໄດ້ສະແດງຄວາມ “ປະເອີບໃຈທີ່ລະມັດລະວັງ” ກ່ຽວກັບກາລະໂອກາດບັນລຸໄດ້ຂໍ້ຕົກລົງ ເພື່ອແກ້ໄຂຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນລະຫ່າງ 2 ປະເທດ, ແຕ່ໃນຂັ້ນຕົ້ນວໍຊິງຕັນ ແລະ ປັກກິງ ຈະດຳເນີນການເຈລະຈາຂັ້ນຮອງລັດຖະມົນຕີ ເພື່ອສ້າງຄວາມສະດວກໃຫ້ແກ່ການພົບປະຂອງບັນດາເຈົ້າໜ້າທີ່ຂັ້ນສູງ, ຫຼັງຈາກນັ້ນແມ່ນໃຫ້ບັນລຸໄດ້ຄວາມຄືບໜ້າທີ່ດີ ກ້າວໄປເຖິງມາດຕະການແກ້ໄຂໜຶ່ງ. ເຖິງຢ່າງໃດກໍ່ຕາມທ່ານກໍ່ກ່າວເຕືອນວ່າ, ທ່ານປະທານາທິບໍດີອາເມລິກາ Donald Trump ຈະຍອມຮັບເອົາພຽງແຕ່ຂໍ້ຕົກລົງອັນດີງາມເທົ່ານັ້ນ ແລະ ພ້ອມແລ້ວທີ່ຈະເພີ່ມອັດຕາພາສີສຳລັບສິນຄ້າຂອງຈີນ ຖ້າຫາກມີຄວາມຈຳເປັນ.

        ທ່ານລັດຖະມົນຕີ Steven Mnuchin ຍົກອອກຄຳກ່າວປາໄສດັ່ງກ່າວໃນສະພາບທີ່ປະກົດມີບັນດາສັນຍານຕັ້ງໜ້າໃນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ - ຈີນ ໃນອາທິດນີ້ ເມື່ອທ່ານປະທານາທິບໍດີ D.Trump ເຫັນດີຕໍ່ຄຳຮຽກຮ້ອງຂອງປັກກິງ ຂໍ້ໂຈະແຜນການເພີ່ມອັດຕາພາລີສຳລັບສິນຄ້າທີ່ນ້ຳເຂົ້າຈາກຈີນ ມີມູນຄ່າ 250 ຕື້ USD ອອກໄປຮອດວັນທີ 15 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ