ອາ​ເມ​ລິ​ກາ ສືບ​ຕໍ່​ແມ່ນ​ປະ​ເທ​ດ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸ​ດ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 16 ເມສາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດກວ່າ 503,6 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດເກືອບ 6,22 ລ້ານຄົນ. 

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 698.300 ຄົນ ແລະ ມີຜູ້ເສຍຊີວິດໃໝ່ 2.238 ຄົນ. ສ.ເກົາຫຼີ, ຝລັ່ງ ແລະ ເຢຍລະມັນ ແມ່ນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນໂລກ, ໃນຂະນະນັ້ນ, ອາເມລິກາ ເປັນປະເທດຢັ້ງຢືນຈຳນວນຜູ້ເສຍຊີວິດສູງສຸດດ້ວຍ 372 ຄົນ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ໃນວັນດຽວກັນ, ຫ້ອງການຂອງອົງການອະນາໄມໂລກ (WHO) ຢູ່ ເອີຣົບ ໃຫ້ຮູ້ວ່າ ອັງກິດ ພວມເຫັນປະຈັກຕາ “ການເພີ່ມຂຶ້ນຫຼາຍພໍສົມຄວນ ແລະ ກະທັນຫັນ” ຂອງກໍລະນີຕັບອັກເສບຮຸນແຮງໃນເດັກນ້ອຍ, ເຊິ່ງໄດ້ຮັບຖືວ່າກ່ຽວຂ້ອງເຖິງໂຄວິດ - 19. ອາການຂອງຄົນທີ່ເປັນໂລກນີ້ລວມມີ ຜິວເຫຼືອງ, ຖອກທ້ອງ, ປວດຮາກ ແລະ ເຈັບທ້ອງ.


ຕອບກັບ

ຂ່າວ/ບົດ​ອື່ນ