ອາເມລິກາ ສະເໜີໃຫ້ດຳເນີນການສືບສວນເຫດນັກຂ່າວ Khashoggi ໃຫ້ໂປ່ງໃສ

(VOVWORLD) - ວັນທີ 28 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາຣັບບິ ຊະອຸດິ Adel Al Jubeir
ອາເມລິກາ ສະເໜີໃຫ້ດຳເນີນການສືບສວນເຫດນັກຂ່າວ Khashoggi ໃຫ້ໂປ່ງໃສ - ảnh 1 ອາເມລິກາ ສະເໜີໃຫ້ດຳເນີນການສືບສວນເຫດນັກຂ່າວ Khashoggi ໃຫ້ໂປ່ງໃສ (ພາບ: AFP/TTXVN )

ຢູ່ນອກເວທີປາໄສປ້ອງກັນຄວາມສະຫງົບຢູ່ ບາເຣັນ ແລະ ສະເໜີດຳເນີນການສືບສວນກ່ຽວກັບການຕາຍຂອງນັກຂ່າວ Jamal Khashoggi ໃຫ້ໂປ່ງໃສ.

       ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບິ ຊະອຸດິ Adel Al Jubeir ໃຫ້ຮູ້ວ່າ: ຜູ້ຖືກສົງໄສ 18 ຄົນຖືກຈັບຕົວທີ່ມີສ່ວນກ່ຽວຂ້ອງເຖິງການຕາຍຂອງນັກຂ່າວ Jamal Khashoggi ຈະຖືກດຳເນີນຄະດີຢູ່ ອາຣັບບິ ຊະອຸດິ. ທ່ານ Jamal Khashoggi ມີສັນຊາດ ອາຣັບບິ ຊະອຸດິ, ດຳລົງຊີວິດຢູ່ ອາເມລິກາ. ວິທີການອະທິບາຍຂອງ ອາຣັບບິ ຊະອຸດິ ກ່ຽວກັບການຕາຍຂອງນັກຂ່າວ Jamal Khashoggi ບໍ່ເຮັດໃຫ້ປະຊາຄົມມີຄວາມພໍໃຈ, ກໍ່ຄືເຮັດໃຫ້ເກີດການຕຳໜິຕິຕຽນຂຶ້ນຈາກພັນທະມິດຝ່າຍຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ