ອາເມລິກາ ສະໜັບສະໜູນບັນດານະໂຍບາຍຮັບປະກັນສິດເສລີ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃຫ້ແກ່ປະຊາຊົນ ອິດສະຣາແອັນ ແລະ ປາແລັດສະຕິນ
(VOVWORLD) - ວັນທີ 05 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: TTXVN) |
ໃນການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ສອງຝ່າຍກໍປຶກສາຫາລືກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ລວມທັງການເປີດກວ້າງການເຊື່ອມໂຍງເຂົ້າກັບພາກພື້ນຂອງ ອິດສະຣາແອັນ ກໍຄື ຮັບມືກັບບັນດາໄພນາບຂູ່ຈາກ ອີຣານ. ທ່ານລັດຖະມົນຕີການຕ່າງປະເທດ Blinken ກໍໄດ້ຢ້ຳຄືນການສະໜັບສະໜູນຂອງ ອາເມລິກາ ທີ່ມີຕໍ່ບັນດານະໂຍບາຍຮັບປະກັນສິດເສລີ, ຄວາມໝັ້ນຄົງ ແລະ ວັດທະນະນາຖາວອນຂອງປະຊາຊົນ ຊາວ ອິດສະຣາແອັນ ແລະ ປາແລັດສະຕິນ.
ໃນການເຈລະຈາກັບທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຕໍ່ການໃຊ້ຄວາມຮຸນແຮງທີ່ພວມເກີດຂຶ້ນຢູ່ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພ້ອມທັງ, ຢ້ຳຄືນການສະໜັບສະໜູນຂອງ ອາເມລິກາ ທີ່ມີຕໍ່ບັນດາມາດຕະການຊຸກຍູ້ສິດເສລີ ແລະ ຄວາມໝັ້ນຄົງ ກໍຄືຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ປາແລັດຕິນ.
ນັກຂ່າວ VOV ປະຈຳ ອາເມລິ