ອາເມລິກາ, ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາສົມທົບກັບເພື່ອຮັບມືກັບໄພນາບຂູ່ຈາກໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ

(VOVWORLD) -ທ່ານນາງຮອງປະທານາທິບໍດີ Kamala Harris ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສຳພັນທະມິດ ອາເມລິກາ - ສ.ເກົາຫຼີ ສຳລັບສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ໃນໂລກ.
ອາເມລິກາ, ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາສົມທົບກັບເພື່ອຮັບມືກັບໄພນາບຂູ່ຈາກໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ - ảnh 1ທ່ານນາງຮອງປະທານາທິບໍດີ Kamala Harris
(ພາບປະກອບ: AFP/TTXVN)

        ວັນທີ 27 ກັນຍາ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ມີການພົບປະກັນທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo, ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ.

        ທີ່ການພົບປະ, ທ່ານນາງຮອງປະທານາທິບໍດີ Kamala Harris ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສຳພັນທະມິດ ອາເມລິກາ - ສ.ເກົາຫຼີ ສຳລັບສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ໃນໂລກ. ທ່ານນາງ Kamala Harris ຢືນຢັນຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ແລະ ຊົມເຊີຍບັນດາບາດກ້າວເພື່ອເປີດກວ້າງສຳພັນທະມິດແນໃສ່ຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ. 2 ຝ່າຍໄດ້ກ່າວປະນາມການທົດລອງລູກສອນໄຟນຳວິຖີເມື່ອມໍ່ໆມານີ້ຂອງ ສປປ.ເກົາຫຼີ.

        ທັງ 2 ຝ່າຍກໍ່ປຶກສາຫາລືຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັບມືກັບວິກິດການດິນຟ້າອາກາດ; ເພີ່ມທະວີການພົວພັນຄູ່ຮ່ວມມືເສດຖະກິດ, ອຸດສາຫະກຳ, ຮ່ວມມືດ້ານອະວະກາດ…

        ວັນທີ 29 ກັນຍາ, ທ່ານນາງ Kamala Harris ຈະໄປຢ້ຽມຢາມ ສ.ເກົາຫຼີ ແລະ ໄປຢ້ຽມຢາມເຂດປອດການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ