ອາເມລິກາ, ອີຢູ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂແກ່ການສົ່ງອອກທັນຍາພືດ ແລະ ປຸ໋ຍຂອງ ລັດເຊຍ
(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເວົ້າກັບທ່ານວ່າ ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດເນື້ອໃນສ່ວນໜຶ່ງຂອງຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການສົ່ງອອກຂອງ ລັດເຊຍ, ຕາມນັ້ນແລ້ວ, ບັນດາວິສາຫະກິດສົ່ງອອກທັນຍາພືດ ລັດເຊຍ ຈະບໍ່ຖືກລົງໂທດ.
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ເຂົ້າຮ່ວມ ກອງປະຊຸມສຸດຍອດ G20 (ພາບ:Reuters) |
ວັນທີ 15 ພະຈິກ, ກ່າວຄຳເຫັນຕໍ່ວົງການສື່ມວນຊົນຢູ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ພວມດຳເນີນຢູ່ ບາລີ, ປະເທດ ອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເວົ້າກັບທ່ານວ່າ ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດເນື້ອໃນສ່ວນໜຶ່ງຂອງຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການສົ່ງອອກຂອງ ລັດເຊຍ, ຕາມນັ້ນແລ້ວ, ບັນດາວິສາຫະກິດສົ່ງອອກທັນຍາພືດ ລັດເຊຍ ຈະບໍ່ຖືກລົງໂທດ. ຕາມທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ແລ້ວ, ຖ້າຫາກວ່າ ອາເມລິກາ ແລະ ອີຢູ ປະຕິບັດຄຳໝັ້ນສັນຍາດັ່ງກ່າວ ທຸກສິ່ງກີດຂວາງຕໍ່ການສົ່ງອອກທັນຍາພືດ ແລະ ປຸ໋ຍຂອງ ລັດເຊຍ ຈະຖືກຍົກເລີກ.
ໃນວັນດຽວກັນ, ຫົວໜ້າຫ້ອງວ່າການປະທານາທິບໍດີ ຢູແກຼນທ່ານ Andriy Yermak ໃຫ້ຮູ້ວ່າ ປະເທດນີ້ ຢາກສະໜອງທັນຍາພືດ ໃຫ້ແກ່ປະຊາຊົນຕື່ມອີກຢ່າງໜ້ອຍສຸດແມ່ນ 5 ລ້ານຄົນ ທີ່ພວມປະເຊີນໜ້າກັບສະພາບຂາດແຄນສະບຽງອາຫານຢ່າງຮ້າຍແຮງໃນທ້າຍລະດູບານໃໝ່ ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ກອງປະຊຸມສຸດຍອດ G20.