ອາເມລິກາ ຮັບຮອງເຂດ ພູພຽງ Golan ຂຶ້ນກັບອະທິປະໄຕຂອງ ອິດສະຣາແອນ ຢ່າງເປັນທາງການ

(VOVWORLD) -ຊີຣີ ແລະ ຫຼາຍປະເທດອາຣັບ ໄດ້ກ່າວປະນາມຢ່າງແຮງ ໂດຍຖືວ່າ ນີ້ແມ່ນການລະເມີດກົດໝາຍສາກົນ, ແມ່ນກະທໍາເກາະຜິດ, ກໍ່ຄວາມຂາດສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ

ວັນທີ 25 ມີນາ, ເມື່ອເລີ່ມຕົ້ນການພົບປະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອນ  Benjamin Netanyahu  ຢູ່ທໍານຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະບັນຍັດວ່່າດ້ວຍການຮັບຮອງເຂດ ພູພຽງ Golan ແມ່ນຂຶ້ນກັບອະທິປະໄຕຂອງ ອິດສະຣາແອນ. ລັດຖະບັນຍັດສະບັບດັ່ງກ່າວ ໄດ້ປະກາດຄໍາຖະແຫຼງຂອງທ່ານ Donald Trump ທີ່ໄດ້ຍົກອອກໃນວັນທີ 21 ມີນາ ຢ່າງເປັນທາງການ, ໃນຂະນະນັ້ນ ການນໍາ ອາເມລິກາ ຖືວ່າ ຮອດເວລາແລ້ວ ທີ່ປະເທດນີ້ຕ້ອງ “ຮັບຮອງເຂດ ພູພຽງ Golan ແມ່ນ ອະທິປະໄຕຂອງ ອິດສະຣາແອນ ຢ່າງສົມບູນ”. ກ່າວຄໍາເຫັນທີ່ການຖະແຫຼງຂ່າວຮ່ວມ ກັບທ່ານນາຍົກລັດຖະມົນຕີ ອິດສະຣາແອນ  Benjamin Netanyahu ຢູ່ທໍານຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວວ່າ:

        “ຂ້າພະເຈົ້າຈະລົງນາມໃນລັດຖະບັນຍັດວ່າດ້ວຍການຮັບຮອງເຂດ ພູພຽງ Golan ແມ່ນຂຶ້ນກັບອະທິປະໄຕຂອງອິດສະຣາແອນ. ລັດ ອິດສະຣາແອນ ຢຶດໄດ້ສິດຄວບຄຸມເຂດ ພູພຽງ Golan ໃນປີ 1967 ເພື່ອແນໃສ່ປ້ອງກັນຕົວບໍ່ໃຫ້ຖືກກະທົບຈາກບັນດາໄພນາບຂູ່ຈາກພາຍນອກ. ປັດຈຸບັນ ບັນດາການເຄື່ອນໄຫວເກາະຜິດຂອງ ອີຣານ ແລະ ບັນດາກຸ່ມກໍ່ການຮ້າຍ ເຊິ່ງລວມທັງອົງການ Hezbollah ຢູ່ທາງພາກໃຕ້ ຊີຣີ, ສືບຕໍ່ເຮັດໃຫ້ ພູພຽງ Golan ກາຍເປັນສະຖານທີ່ປຸກລະດົມບັນດາການບຸກໂຈມຕີຕ້ານຄືນ ອິດສະຣາແອນ. ພາຍໃຕ້ອໍານາດການປົກຄອງຂອງຂ້າພະເຈົ້າ, ການພົວພັນສໍາພັນທະມິດອັນໝັ້ນແກ່ນລະຫວ່າງ ອາເມລິກາ ແລະ ອິດສະຣາແອນ ແມ່ນເຂັ້ມແຂງກວ່າ”.

        ຕໍ່ໜ້າຖະແຫຼງການດັ່ງກ່າວຂອງທ່ານ Donald Trump, ຊີຣີ ແລະ ຫຼາຍປະເທດອາຣັບ ໄດ້ກ່າວປະນາມຢ່າງແຮງ ໂດຍຖືວ່າ ນີ້ແມ່ນການລະເມີດກົດໝາຍສາກົນ, ແມ່ນກະທໍາເກາະຜິດ, ກໍ່ຄວາມຂາດສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ. ກະຊວງການທ່າງປະເທດ ຊີຣີ ໄດ້ຖະແຫຼງວ່າ ການຕັດສິນດັ່ງກ່າວຂອງ ອາເມລິກາ ໄດ້ລະເມີດອະທິປະໄຕ ແລະ ຄວາມເປັນເອກະພາບຂອງຜືນແຜ່ນດິນຊີຣີ. ທ່ານ Leonid Slutsky ປະທານກໍາມາທິການ ຮັບຜິດຊອບກ່ຽວກັບບັນດາບັນຫາສາກົນ ຂອງ ສະພາຕໍ່າລັດເຊຍ ກໍຖືວ່າ ນັ້ນແມ່ນການກະທໍາຝືນກັບກົດໝາຍສາກົນ ແລະ ບັນດາມະຕິຂອງ ສະຫະປະຊາຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ