ອາເມລິກາ ຮ້ອງຟ້ອງ ລັດເຊຍ ຂັ້ນ WTO

(VOVWORLD) - ຝ່າຍ ອາເມລິກາ ຖືວ່າ ລັດເຊຍ ໄດ້ລະເມີດຂໍ້ກຳນົດຂອງ WTO ຍ້ອນບັນດາອັດຕາພາສີເພີ່ມເຕີມນັ້ນ ພຽງແຕ່ຈັດວາງ ສຳລັບສິນຄ້າທີ່ນຳເຂົ້າ ຈາກອາເມລິກາ

 ວັນທີ 29 ສິງຫາ, ອາເມລິກາ ໄດ້ເລີ່ມເຄື່ອນໄຫວຄະດີຮ້ອງຟ້ອງ ລັດເຊຍ ຢູ່ໃນອົງການການຄ້າໂລກ (WTO), ສິ່ງທ້າທາຍ “ມາດຕະການອາລັກຂາພິເສດ” ເຊິ່ງ ລັດເຊຍ ນຳໃຊ້ເພື່ອຂຶ້ນພາສີສຳລັບສິນຄ້ານຳເຂົ້າຈາກ ອາເມລິກາ ແນໃສ່ໂຕ້ຕອບເລື່ອງ ວໍຊິງຕັນ ຈັດວາງອັດຕາພາສີສຳລັບບັນດາຜະລິດຕະພັນອາລູມີນຽມ ແລະ ເຫຼັກກ້າຂອງ ລັດເຊຍ.

        ຝ່າຍ ອາເມລິກາ ຖືວ່າ ລັດເຊຍ ໄດ້ລະເມີດຂໍ້ກຳນົດຂອງ WTO ຍ້ອນບັນດາອັດຕາພາສີເພີ່ມເຕີມນັ້ນ ພຽງແຕ່ຈັດວາງ ສຳລັບສິນຄ້າທີ່ນຳເຂົ້າ ຈາກອາເມລິກາ, ບໍ່ແມ່ນວ່າສຳລັບສິນຄ້ານຳເຂົ້າ ບໍ່ວ່າຈາກປະເທດໃດໆ, ແລະ ຍ້ອນວ່າອັດຕາພາສີນີ້ສູງກ່ວາລະດັບສູງສຸດຕາມການກຳນົດຂອງ WTO. ລັດເຊຍ ຈະມີເວລາ 60 ວັນ ເພື່ອແກ້ໄຂການຂັດແຍ້ງກັນນີ້, ພາຍຫຼັງເວລາ 60 ວັນດັ່ງກ່າວ, ອາເມລິກາ ອາດຈະສະເໜີ WTO ສ້າງຕັ້ງຄະນະກຳມະການເພື່ອພິຈາລະນາການຂັດແຍ້ງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ