ອາເມລິກາ ຮຽກຮ້ອງ ດຳເນີນການເຈລະຈາຮີບດ່ວນຢູ່ອີຍີບ

ອາເມລິກາ ຮຽກຮ້ອງ ດຳເນີນການເຈລະຈາຮີບດ່ວນຢູ່ອີຍີບ - ảnh 1
ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​Hilary Clinton
(ພາບ: AFP)


(vovworld) -     ວັນ​ທີ 5/12, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​Hilary Clinton ໄດ້​​ເລັ່ງລັດ​ ອີ​ຍີບ ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຄວາມ​ບໍ່​ລົງ​ລວຍ​ກັນ​ກ່ຽວກັບ​ລັດຖະທຳ​ມະນູນ​ສະບັບໃໝ່ ພ້ອມ​ທັງ​ຢືນຢັນ​ຕ້ອງ​​ດຳ​ເນີນ​ການ​ເຈລະຈາ​ຢູ່​ປະ​ເທດ​ ອາ​ຟະ​ລິ​ກາ​ເໜືອ ​ນີ້ຢ່າງຮີບ​ດ່ວນ. ຕາມ​ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ Hilary Clinton ແລ້ວ, ຕ້ອງ​ມີ​ການ​ເຈລະຈາ​ສອງ​ຝ່າຍ, ​ແລກປ່ຽນຄວາມ​ເຫັນ​ບົນ​ຈິດ​ໃຈ​ເຄົາລົບ​ບັນດາທັດສະນະ​ ກໍ​ຄື​ຄວາມ​ວິຕົກ​ກັງວົນ​ຂອງ​ຊາວ ອີ​ຍີບ ກ່ຽວ​ກັບ​ວິວັດ​ການ​ສ້າງ​ລັດຖະທຳ​ມະນູນ ​ແລະ ຄວາມ​ໝັ້ນຄົງ​ຂອງ​ລັດຖະທຳ​ມະນູນ.

        ​ໃນ​ຂະນະ​ນັ້ນ, ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ສະໜັບສະໜູນ ​ແລະ ຄັດ​ຄ້ານ​ທ່ານ​ປະທານ​ນາ​ທິບໍດີ Morsi ​ໃນ​ຕອນ​ຄໍ່າ​ວັນ​ທີ 5/12 ຕໍ່​ໜ້າ​ທຳນຽບປະທານາທິບໍດີ. ຕຳຫຼວດ​ຕ້ອງ​ໃຊ້​​ແກ​ັດນ້ຳຕາ​ເພື່ອ​ຍຸບ​ເລີກ ​ແລະ ​ໄດ້ສ້າງ​​ເຂດປ້ອງ​ກັນ​​ຢູ່​ອ້ອມ​ທຳນຽບປະທານາທິບໍດີ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​.

ຂ່າວ/ບົດ​ອື່ນ