(vovworld) – ເມື່ອສິ້ນສຸດການຢ້ຽມຢາມ ອິດສະຣາແອນ ເມື່ອຕອນຄຳ່ວັນທີ 16/7, ທ່ານນາງລັດຖະມົນຕີການຕ່າງປະເທດ ອາເມລິກາ Hillary Clinton ໄດ້ກ່າວເຕື່ອນວ່າ: ອາເມລິກາ ຈະນຳໃຊ້ “ທຸກໆກຳລັງແຮງ” ເພື່ອສະກັດກັ້ນ ອີຣານ ພັດທະນາອາວຸດນິວເຄຼຍ, ພ້ອມທັງຮຽກຮ້ອງໃຫ້ ອິດສະຣາແອນ ແລະ ປາແລດສະຕີນ ເລີ່ມເຄື່ອນໄຫວວິວັດການເຈລະຈາສັນຕິພາບທີ່ພວມຖືກໂຈະໄວ້ຄືນໃໝ່. ທ່ານນາງ Clinton ໄດ້ກ່າວຄຳເຫັນດັ່ງກ່າວຕໍ່ວົງການນັກຂ່າວ ຢູ່ Jerusalem ພາຍຫຼັງການພົບປະກັບນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu. ກ່ອນໜ້ານັ້ນ, ທ່ານນາງໄດ້ມີການພົບປະກັບປະທານາທິບໍດີ Shimon Peres, ຄູ່ຕຳແໜ່ງ Avigdor Lieberman ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ Ehud Barak. ທ່ານນາງ Clinton ໄດ້ຖະແຫຼງວ່າ: ວໍຊິງຕັນ “ຈະນຳໃຊ້ທຸກໆກຳລັງແຮງຂອງຕົນ ເພື່ອສະກັດກັ້ນເລື່ອງ ອີຣານ ນຳໃຊ້ອາວຸດນິວເຄຼຍ”. ແຕ່ເຖິງຢ່າງໃດກໍຕາມ, ທ່ານນາງເນັ້ນໜັກວ່າ “ບັນດາການນຳອີຣານ ຍັງມີກາລະໂອກາດເພື່ອຍົກອອກມາຄຳຕັດສິນທີ່ຖືກຕ້ອງ”.