ອາເມລິກາ ຮຽກຮ້ອງເພີ່ມທະວີການລົງໂທດ ອີຣານ
ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ທ່ານ Leon Panetta
(vovworld) - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນຂະນະທີ່ພວມຢູ່ຢ້ຽມຢາມ Tuynidi ເມື່ອວັນທີ 30/7 ນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ທ່ານ Leon Panetta ໄດ້ເວົ້າວ່າ: ບັນດາມາດຕະການລົງໂທດຂອງປະຊາຄົມໂລກ ບໍ່ບັນລຸໄດ້ຈຸດປະສົງເລັ່ງລັດ ອີຣານ ຕ້ອງປະລະໂຄງການນິວເຄຼຍຂອງຕົນ. ບັນດາມາດຕະການລົງໂທດນີ້ ພຽງແຕ່ສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດຂອງ ອີຣານ ເທົ່ານັ້ນ. ພ້ອມດຽວກັນນັ້ນ, ທ່ານ Panetta ກໍຮຽກຮ້ອງ ໃຫ້ປະຊາຄົມໂລກຕ້ອງຕັດສິນໃຈເພີ່ມທະວີບັນດາມາດຕະການລົງໂທດ ຈຶ່ງຈະບັນລຸໄດ້ຄວາມຫວັງ ບັງຄັບ ອີຣານ ຢຸດຕິໂຄງການນິວເຄຼຍຂອງຕົນ. ຄວາມເຄັ່ງຕຶງລະຫວ່າງ ຝ່າຍຕາເວັນຕົກ ກັບ ອີຣານ ໄດ້ປີນຂັ້ນໄດນັບແຕ່ເມື່ອການເຈລະຈາລະຫວ່າງກຸ່ມ P5+1 ເຊິ່ງລວມມີ 5 ປະເທດ ກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດຄື: ອາເມລິກາ, ລັດເຊຍ, ອັງກິດ, ຝຣັ່ງ ແລະ ຈີນ ພ້ອມກັບ ເຢຍລະມັນ ແລະ ອີຣານ ຢູ່ມົດສະກູ ປະເທດລັດເຊຍ ເມື່ອເດືອນ 6 ຜ່ານມາ ບໍ່ບັນລຸໝາກຜົນພໍເທົ່າໃດ ຍ້ອນຫຼັກໝັ້ນຂອງຝ່າຍຕ່າງໆຍັງແຕກຕ່າງກັນ. ສະຫະພາບ ເອີລົບ ໄດ້ ຈັດວາງຄຳສັ່ງຂວ້ຳບາດນ້ຳມັນທີ່ມີຕໍ່ອີຣານ ນັບແຕ່ວັນທີ 1/7 ຜ່ານມາ.