ອາເມລິກາ ເຕື້ອງເຖິງຄວາມອາດສາມາດລົງນາມສັນຍາການຄ້າກັບ ຈີນ

(VOVWORLD) -  ວັນທີ 23 ພະຈິກ, ທ່ານ Robert O’Brien ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ຖະແຫຼງວ່າ, ຂໍ້ຕົກລົງດ້ານການຄ້າໄລຍະ 1 ເຊິ່ງຈະລົງນາມກັບ ຈີນ, ໃນທ້າຍປີນີ້ມີຄວາມເປັນໄດ້ຢູ່.

        ກ່ອນໜ້ານັ້ນ,ວັນທີ 22 ພະຈິກ, ເມື່ອຕອບສໍາພາດຕໍ່ສໍານັກຂ່າວສານ Fox News, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ບັນດາເຈົ້າໜ້າທີ່ຮັບຜິດຊອບການເຈລະຈາດ້ານການຄ້າສອງປະເທດ ກໍາລັງຫຍັບເຂົ້າໃກ້ກັບການບັນລຸໄດ້ຂໍ້ຕົກລົງ, ແຕ່ ທ່ານເອງ ບໍ່ມີຄວາມຮ້ອນໃຈປະຕິບັດສໍາເລັດຂໍ້ຕົກລົງກັບ ປັກກິ່ງ. ໃນວັນດຽວກັນ, ທ່ານປະທານປະເທດຈີນ ສີຈິ້ນຜິງ ກໍໃຫ້ຮູ້ວ່າ ປັກກິ່ງຢາກບັນລຸໄດ້ຂໍ້ຕົກລົງກັບ ວໍຊີງຕັນ ແຕ່ກໍບໍ່ລັງເລໃຈ ເມື່ອໂຕ້ຕອບຄືນຖ້າຫາກມີຄວາມຈໍາເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ