ອາເມລິກາ ເຫັນດີກັບ ລັດເຊຍ ສືບຕໍ່ມານະພະຍາຍາມດ້ານການທູດ ເພື່ອແກ້ໄຂວິກິດການ ສປປ.ເກົາຫຼີ

(VOVWORLD) - ວັນທີ 27 ທັນວາ, ກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ປະເທດນີ້ ແລະ ລັດເຊຍ ໄດ້ເຫັນດີເປັນເອກະພາບສືບຕໍ່ບັນດາຄວາມມານະພະຍາຍາມດ້ານການທູດ
ອາເມລິກາ ເຫັນດີກັບ ລັດເຊຍ ສືບຕໍ່ມານະພະຍາຍາມດ້ານການທູດ ເພື່ອແກ້ໄຂວິກິດການ ສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ແລະ ຄູ່ຕຳແໜ່ງ ລັດເຊຍ Sergei Lavrov ພາບ: AFP/TTXVN

ເພື່ອແນໃສ່ແກ້ໄຂວິກິດການທີ່ກ່ຽວຂ້ອງເຖິງເລື່ອງ ສປປ.ເກົາຫຼີ ພັດທະນາລູກສອນໄຟນິວເຄຼຍທີ່ສາມາດບຸກໂຈມຕີ ອາເມລິກາ ແລະ ເນັ້ນໜັກວ່າ ທັງ ມົດສະກູ ແລະ ວໍຊິງຕັນ ລ້ວນແຕ່ບໍ່ຮັບຮູ້ ພຽງຢາງ ເປັນປະເທດມະຫາອຳນາດນິວເຄຼຍ.

        ໃນຖະແຫຼງການໜຶ່ງ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານນາງ Heather Nauert ຊີ້ແຈ້ງວ່າ: ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ແລະ ຄູ່ຕຳແໜ່ງ ລັດເຊຍ Sergei Lavrov ໄດ້ມີການໂອ້ລົມທາງໂທລະສັບໃນວັນທີ 26 ທັນວາຜ່ານມາ ພາຍຫລັງ ອາເມລິກາ ແລະ ສະຫະປະຊາຊາດ ປະກາດບັນດາມາດຕະການລົງໂທດໃໝ່ແນໃສ່ ສປປ.ເກົາຫຼີ ໃນຊຸມວັນມໍ່ໆມານີ້. 2 ຝ່າຍໄດ້ປຶກສາຫາລືບັນດາຄວາມວິຕົກກັງວົນທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ສປປ.ເກົາຫຼີ ກໍ່ຄວາມຂາດສະຖຽນລະພາບໃນພາກພື້ນ ແລະ ເຫັນດີເປັນເອກະສັນ ສືບຕໍ່ມາດຕະການທາງການທູດ ແນໃສ່ບັນລຸເປົ້າໝາຍສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ