ອາເມລິກາ ແລະ ຍີ່ປຸ່ນ ຊ້ອມຮົບຮ່ວມເພີ່ມທະວີຄວາມສາມາດນາບຂູ່ ແລະ ປະຕິກິລິຍາໄວ
(VOVWORLD) -ວັນທີ 18 ພະຈິກ, ວົງການເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງ ຍີ່ປຸຸ່ນ ໃຫ້ຮູ້ວ່າ ປະເທດນີ້ ແລະ ອາເມລິກາ ໄດ້ຈັດການຊ້ອມຮົບກອງທັບອາກາດຮ່ວມກັນຢູ່ທະເລຍີ່ປຸ່ນ.
(ພາບເອກະສານ: AFP/TTXVN) |
ການຊ້ອມຮົບນີ້ ໄດ້ດຳເນີນ ພາຍຫຼັງ ທີ່ສປປ.ເກົາຫຼີ ຍິງວັດຖຸບິນ ເຊິ່ງໄດ້ຮັບຖືວ່າ ແມ່ນລູກສອນໄຟນຳວິຖີຂ້າມທະວີບ (ICBM) ໄປທາງທິດຕາເວັນອອກຂອງປະເທດນີ້.
ໃນຖະແຫຼງການຮ່ວມ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ຊີ້ແຈ້ງວ່າ: “ກຳລັງປ້ອງກັນຕົວຍີ່ປຸ່ນ ແລະ ກຳລັງປະກອບອາວຸດ ອາເມລິກາ ໄດ້ດຳເນີນການຊ້ອມຮົບສອງຝ່າຍ… ໃນຂະນະທີ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງຢູ່ອ້ອມແອ້ມປະເທດ ຍີ່ປຸ່ນ ນັບມື້ນັບຂາດສະຖຽນລະພາບ”. ຖະແຫຼງການດັ່ງກ່າວກໍໄດ້ເນັ້ນໜັກວ່າ ການຊ້ອມຮົບດັ່ງກ່າວ ໄດ້ດຳເນີນ “ພາຍຫຼັງ ທີ່ ICBM ຂອງ ສປປ.ເກົາຫຼີ ຕົກໃສ່ເຂດເສດຖະກິດຈຳເພາະຂອງ ຍີ່ປຸ່ນ ຢູ່ທະເລຍີ່ປຸ່ນ” ແລະ ເພື່ອແນໃສ່ຢັ້ງຢືນວ່າ ສອງປະເທດພ້ອມແລ້ວທີ່ຈະຮັບມືກັບທຸກກໍລະນີ. ປັດຈຸບັນ, ມີນາຍທະຫານ ອາເມລິກາ ປະມານ 55.000 ຄົນ ພວມປະຈຳຢູ່ ຍີ່ປຸ່ນ.