(vovworld) - ວັນທີ 29 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນກອງປະຊຸມຍຸດທະສາດຂໍ້ລິເລີ່ມປ່ຽນໃໝ່ເຕັກໂນໂລຊີ ແລະ ຈິດໃຈນັກທຸລະກິດເລີ່ມກໍ່ຮ່າງສ້າງຕົວຢູ່ພາກພື້ນແມ່ນ້ຳຂອງ (TIGERS@Mekong). ທີ່ກອງປະຊຸມ, ທ່ານ Amdrew O’Brien (ກະຊວງການຕ່າງປະເທດອາເມລິກາ) ໃຫ້ຮູ້ວ່າ: TIGERS@Mekong ແມ່ນການເຄື່ອນໄຫວຊຸກຍູ້ຄວາມເຂົ້າໃຈຂອງອາເມລິກາ ໃນການລະດົມກຳລັງໃຈນັກທຸລະກິດເລີ່ມກໍ່ຮ່າງສ້າງຕົວ ແລະ ສ້າງບັນດາຄູ່ຮ່ວມມືຍຸດທະສາດລະຫວ່າງອາເມລິກາ ແລະ ບັນດາພາກພື້ນເສດຖະກິດພາກເອກະຊົນໃນພາກພື້ນແມ່ນ້ຳຂອງ ແນໃສ່ເພີ່ມທະວີກໍ່ຮ່າງສ້າງຕົວເລີ່ມກໍ່ຮ່າງສ້າງຕົວ ແລະ ປ່ຽນໃໝ່; ຊຸກຍູ້ແລະການສ້າງເງື່ອນໄຂສະດວກແກ່ການເຊື່ອມຕໍ່ພາກພື້ນ ແລະ ສົ່ງເສີມບັນດາຮູບແບບວິສາຫະກິດປ່ຽນໃໝ່ຢູ່ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ. ຜູ້ຊ່ວຍວຽກທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນວັນຖາວ ຖືວ່າ ຫວຽດນາມ ເປັນເພື່ອນ, ແມ່ນຄູ່ຮ່ວມມືທີ່ໄວເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີໜ້າທີ່ຮັບຜິດຊອບຂອງປະຊາຄົມສາກົນ ສະນັ້ນ ຈະພ້ອມກັບອາເມລິກາ ແລະ ບັນດາປະເທດພາກພື້ນແມ່ນ້ຳຂອງ ເພີ່ມທະວີປະຕິບັດຂໍ້ລິເລີ່ມລຸ່ມແມ່ນ້ຳຂອງ, ກໍ່ຄືການເຄື່ອນໄຫວຕົວຈິງຕ່າງໆ ເພື່ອຫັນແຜນການ TIGERS@Mekong ໃຫ້ປະກົດຜົນເປັນຈິງ ໃນຄວາມມານະພະຍາຍາມປັບປຸງການເຊື່ອມຕໍ່ກັບບັນດາປະເທດ, ເພື່ອຄວາມວັດທະນາຖາວອນລວມຂອງອານຸພາກພື້ນແມ່ນນ້ຳຂອງ ແລະ ຂອງທັງພາກພື້ນ.