ອາເມລິກາ ແລະ ຫວຽດນາມ ສືບຕໍ່ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

(VOVWORLD) - ການໂອ້ລົມສົນທະນາໄດ້ຈັດຂຶ້ນພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ເຊິ່ງເປັນຂີດໝາຍບາດກ້າວໃໝ່ໃນການພົວພັນການທູດລະຫວ່າງສອງປະເທດ.
ອາເມລິກາ ແລະ ຫວຽດນາມ ສືບຕໍ່ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ - ảnh 1ທ່ານ Tim Rieser, ຜູ້ຊ່ວຍວຽກຂອງທ່ານອະດີດສະມາຊິກສະພາສູງ Patrick Laehy, (ພາບ:VOV)

ໃນວັນທີ 13 ແລະ 14 ກັນຍາ, ສະຖາບັນສັນຕິພາບ ອາເມລິກາ ຢູ່ນະຄອນຫຼວງ ວໍຊິງຕັນ ໄດ້ຈັດການໂອ້ລົມສົນທະນາປະຈຳປີ ຫວຽດນາມ - ອາເມລິກາ ຄັ້ງທີສອງກ່ຽວກັບຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສັນຕິພາບ. ເຫດການໄດ້ເຕົ້າໂຮມບັນດາເຈົ້າໜ້າທີ່ລັດຖະບານ, ພາລະກອນຂອງສະພາແຫ່ງຊາດ, ກຸ່ມຂົນຂວາຍນະໂຍບາຍ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ການນຳໜຸ່ມຈາກສອງປະເທດ.

        ການໂອ້ລົມສົນທະນາໄດ້ຈັດຂຶ້ນພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ເຊິ່ງເປັນຂີດໝາຍບາດກ້າວໃໝ່ໃນການພົວພັນການທູດລະຫວ່າງສອງປະເທດ. ທ່ານ Tim Rieser, ຜູ້ຊ່ວຍວຽກຂອງທ່ານອະດີດສະມາຊິກສະພາສູງ Patrick Laehy, ໜຶ່ງໃນບັນດາຜູ້ມີການປະກອບສ່ວນສຳຄັນຂອງຝ່າຍ ອາເມລິກາ ໃນການຊຸກຍູ້ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຫວຽດນາມ, ແບ່ງປັນທີ່ພິທີວ່າ:

        “ການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມລະຫວ່າງ ຫວຽດນາມ ແລະ ອາເມລິກາ ແມ່ນຕົວແບບໃຫ້ບັນດາປະເທດອື່ນ. ຍັງບໍ່ມີປະເທດໃດທີ່ເຄີຍເປັນປໍລະປັກກັນ ແຕ່ໄດ້ມີການຮ່ວມມືຄືແນວນີ້. ໃນໄລຍະເວລາຫຼາຍປີ, ຫວຽດນາມ ໄດ້ສະຫງວນເວລາ ແລະ ຄວາມມານະພະຍາຍາມຊ່ວຍພວກຂ້າພະເຈົ້າໃນການຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມ. ສິ່ງນີ້ໄດ້ເປີດໂອກາດໃຫ້ແກ່ໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຂອງ ອາເມລິກາ”.

ຕອບກັບ

ຂ່າວ/ບົດ​ອື່ນ