ອາເມລິກາ ແລະ ອີຢູ ສິ້ນສຸດການເຈລະຈາຮອບທຳອິດກ່ຽວກັບ TTIP

ອາເມລິກາ ແລະ ອີຢູ ສິ້ນສຸດການເຈລະຈາຮອບທຳອິດກ່ຽວກັບ TTIP - ảnh 1
ພາບປະກອບ

(vovworld) - ພາຍຫຼັງ​ມານະ​ພະຍາຍາມ​ມາ​ເປັນ​ເວລາ 1 ອາທິດ, ວັນ​ທີ 12/7, ບັນດາ​ນັກ​ເຈລະຈາ​ການ​ຄ້າ​ ອາ​ເມ​ລິ​ກາ ​ແລະ ສະຫະພາບ ​ເອີ​ລົບ (ອີ​ຢູ) ​ໄດ້ສິ້ນ​ສຸດ​ຮອ​ບ​ເຈລະຈາ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ລົງທຶນ ​ແລະ ການ​ຄ້າ​ຂ້າມ ອັກ​ລັງ​ຕີກ (TTIP), ສ້າງ​ຂອບ​​ເຂດ​ໃຫ້​​ແກ່ບັນດາ​ການປຶກສາ​ຫາລືກ່ຽວ​ກັບ​ບັນຫາ​ນີ້ຄັ້ງຕໍ່​ໄປ​ໃນ​ອະນາຄົດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ສິ້ນ​ສຸດ​ການ​ເຈລະຈາ, ທ່ານ Ignacio Garcia – Bercerco, ຫົວໜ້າ​ຄະນະ​ເຈລະຈາ ອີ​ຢູ ​ໃຫ້​ຮູ້​ວ່າ: ຜ່ານ​ຮອບ​ເຈລະຈາຢ່າງ​ຕັ້ງໜ້າ ດ້ວຍ​ບັນດາ​ຫົວ​ຂໍ້​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຝ່າຍ​ຕ່າງໆ ​ໄດ້​ມີ​ຄວາມ​ຫວັງຫຼາຍ​ຢ່າງ ກໍ່​ຄື​ວິທີ​ສຳ​ພັດ​ຕ່າງໆ ​ແນ​ໃສ່​ບັນລຸ​ບັນດາ​ໝາກຜົນ​ດີ​ທີ່​ສຸດ​ໃນ 20 ຂົ​ງ​ເຂດຂຶ້ນ​ກັບ TTIP. ​ທ່ານ Bercerco ​ຢືນຢັນວ່າ:​ ​ໂດ​ຍບໍ່​ຫົວຊາ​ຕໍ່​ການ​​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ການ​ສືບ​ລາຊະການ​ລັບ​ຂອງ ອາ​ເມ​ລິ​ກາ ສຳລັບ​ບັນດາ​ປະ​ເທດ ​ເອີ​ລົບ, 2 ຝ່າຍບັນລຸ​ໄດ້​ຈຸດໝາຍ​ຕົ້ນ​ຕໍ່: “ຮອບ​ເຈລະຈາ​​ເອກະລາດ ດ້ວຍ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ”, ​​ເປີດ​ຊ່ອງທາງ​ໃຫ້​ແກ່​ການ​ເຈລະຈາ​ຄັ້ງ​ທີ 2 ​ຊຶ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ຢູ່ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ​​ໃນ​ວັນ​ທີ 7/10 ຈະ​ມາ​ເຖິງ. ສ່ວນ​ຫົວໜ້າ​ຄະນະ​ເຈລະຈາ ອາ​ເມ​ລິ​ກາ ທ່ານ Dan Mullaney ຕີ​ລາຄາວ່າ​ການ​ເຈລະຈາ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕັ້ງໜ້າ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ກັບ​ແຜນ​ການ​ເຄື່ອນ​ໄຫວ, ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ທ້າຍ​ປີ 2014, ກ່ອນ​ຈຸ​ດ​ເວລາ​ທີ່ຄະນະ​ກຳມະການ ​ເອີ​ລົບ (EC) ​ເລືອກ​ຕັ້ງ​ປະທານ​ຄົນ​ໃໝ່.

ຂ່າວ/ບົດ​ອື່ນ