ອາເມລິກາ ແລະ ອີຣານ ບໍ່ປະເອີບໃຈຕໍ່ການເຈລະຈາຢູ່ວຽນ

ອາເມລິກາ ແລະ ອີຣານ ບໍ່ປະເອີບໃຈຕໍ່ການເຈລະຈາຢູ່ວຽນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 17/02, ກອນ​ທີ່​ອີຣານ ​ແລະ ​ກຸ່ມ P5+1 (​ເຊິ່ງລວມມີ​ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ​ດຳ​ເນີນ​ການ​ເຈລະຈາ​ທາງ​ການ​ຄັ້ງ​ທຳ​ອິດ​ຢູ່​ວຽນ (​ໂອ​ຕາຣິດ), ​ເປັນ​ເວລາ 1 ວັນ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ເມ​ລິ​ກາ ທ່ານໜຶ່ງ ຍອມ​ຮັບ​ວ່າ, ວິວັດ​ການ​ຊອກ​ຫາ​ຂໍ້​ຕົກລົງ​ຍາວ​ນານ ​ເພື່ອ​ແນ​​ໃສ່​ສະກັດ​ກັ້ນ​ໂຄງການ​ນິວ​ເຄຼຍ ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ທີ່​ແກ່​ຍາວເປັນ​ເວລາ​ຫຼາຍ​ທົ​ດສະ​ວັດ​ຜ່ານ​ມາ​ຂອງ​ອີຣານ ນັ້ນ​ບໍ່ແມ່ນ​​ເລື່ອງ​ງ່າຍ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ວຽນ, ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ທ່ານ​ໜຶ່ງ​ ຍອມ​ຮັບ​ວ່າ, ການ​ເຈລະຈາ​ຂັ້ນ​ສູງ​​ເຊິ່ງດຳ​ເນີນໃນ​ອາທິດ​ນີ້ລະຫວ່າງ​ກຸ່ມ P5+1 ກັບ​ອີຣານ ​ແມ່ນ​ການ​ເລີ່ມຕົ້ນ​ໃຫ້​​ແກ່ວິວັດ​ການທີ່ “ສັບສົນ, ຍາວ​ນານ, ຫຍຸ້ງຍາກ ​ແລະ ບໍ່​ຮັບປະກັນ​ວ່າ​ຈະ​​ໄດ້ຮັບ​ໄຊຊະນະ”. ອາ​ເມ​ລິ​ກາ ບໍ່​ຕັ້ງ​ຄວາມ​ຫວັງ​ວ່າ ຮອບ​ເຈລະຈາ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ນີ້ ຈະ​ບັນລຸ​ໄດ້​ໝາກຜົນ​ຢ່າງ​ວ່ອງ​ໄວ, ຊ້ຳບໍ່​ໜຳ​ໃນ​​ເວລາ​ໜຶ່ງ​ເດືອ​ນ.

ຂ່າວ/ບົດ​ອື່ນ