ວັນທີ 29/12, ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງຊາວສເກົາຫຼີ, ທ່ານ Kim Kwan jin ເພື່ອແລກປ່ຽນກ່ຽວກັບສະພາບການໃນແຫຼມເກົາຫຼີ ກໍຄືເລື່ອງສືບທອດສິດອຳນາດຢູ່ ສປປເກົາຫຼລີ ພາຍຫລັງການນຳ Kim Jong il ເຖິງແກ່ມໍລະນະກຳ. ສອງຝ່າຍໄດ້ຢັ້ງຢືນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ, ພ້ອມທັງເຫັນດີເປັນເອກະສັນ ຈະສືບຕໍ່ສົມທົບກັນ ຕິດຕາມກວດກາສະພາບການຢູ່ ສປປເກົາຫຼີຢ່າງແໜ້ນແຟ້ນ
ໃນວັນດຽວກັນ, ສຳນັກຂ່າວສານສູນກາງ ສປປເກົາລີ KCNA ໄດ້ຄັດສະເໜີມະຕິຂອງຄະນະປະທານສະພາປະຊາຊົນສູງສຸດປະເທດນີ້ ມອບນາມາະຍົດ “ວິລະຊົນຂອງ ສປປເກົາຫຼີ” ໃຫ້ແກ່ອະດີດການນຳ Kim Jong il ຕາມຄວາມມຸ້ງມາດປາດຖະໜາຂອງປະຊາຊົນປະເທດນີ້ທັງໝົດ .