ອາເມລິກາ ໂຈະການເພີ່ມອັດຕາພາສີສິນຄ້າຂອງ ຈີນ ທີ່ມີມູນຄ່າ 250 ຕື້ USD

(VOVWORLD) - ວັນທີ 11 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດວ່າ ເພື່ອປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງ ປັກກິງ ນັ້ນ, ທ່ານໄດ້ເຫັນດີເປັນເອກະພາບໂຈະ 2 ອາທິດກ່ຽວກັບແຜນການເພີ່ມອັດຕາພາສີຈາກ 25% ຂຶ້ນ 30% ສຳລັບສິນຄ້າທີ່ມີມູນຄ່າ 250 ຕື້ USD.

 ຕາມທ່ານ Donald Trump ແລ້ວ, ການເລື່ອນເວລາຂຶ້ນພາສີແຕ່ວັນທີ 01 ຕຸລາ ມາເປັນວັນທີ 15 ຕຸລາ “ຄືທ່າທາງເຈດຕະນາດີ” ຂອງ ຝ່າຍ ອາເມລິກາ.

        ກ່ອນໜ້ານັ້ນໃນວັນດຽວກັນ, ກະຊວງການເງິນ ຈີນ ປະກາດວ່າ ຈະຍົກເລີກການຈັດວາງອັດຕາພາສີເພີ່ມເຕີມສຳລັບ 16 ປະເພດສິນຄ້າຂອງ ອາເມລິກາ. ນີ້ແມ່ນຄັ້ງທຳອິດທີ່ ຈີນ ຖອນບາງປະເພດສິນຄ້າຂອງ ອາເມລິກາ ອອກຈາກບັນຊີລາຍຊື່ຈັດວາງອັດຕາພາສີເພີ່ມເຕີມ ເຊິ່ງ ປັກກິງ ແນໃສ່ຕອບໂຕ້ ວໍຊິງຕັນ ໃນສະພາບຄວາມເຄັ່ງຕຶງດ້ານການຄ້າປີນຂັ້ນໄດ. ຄາດວ່າ ຂໍ້ຕົກລົງນີ້ ຈະມີຜົນສັກສິດເລີ່ມແຕ່ວັນທີ 17 ກັນຍາ 2019 - ວັນທີ 16 ກັນຍາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ