ອາເມລິກາ ໃຫ້ ອາບການິດສຖານ ບັນຊາການບຸກໂຈມຕີໃນຍາມກາງຄືນ

ອາເມລິກາ ໃຫ້ ອາບການິດສຖານ ບັນຊາການບຸກໂຈມຕີໃນຍາມກາງຄືນ - ảnh 1
( ພາບປະກອບ )

( vovworld ) –   ວັນ​ທີ 8/4, ອາ​ເມ​ລິ​ກາ ​​ແລະ ອາບ​ກາ​ນິດ​ສຖານ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ດຳ​ເນີນ​ບັນດາ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ໃນຍາມ​ກາງຄືນຂອງ​ກຳລັງ​ທະຫານ​ພິ​ເສດ​ສາກົນ​ຢູ່​ປະ​ເທດ​ອາຊີ​ໃຕ້ນີ້. ຕາມ​ຂໍ້​ຕົກລົງ​ແລ້ວ, ນັບ​ແຕ່​ນີ້​ເປັນ​ຕົນ​ໄປ​ການ​ບຸກ​ໂຈມ​ຕີ​ໃນຍາມ​ກາງຄືນຕ່າງໆຢູ່ອາບ​ກາ​ນິດ​ສຖານ ​ໂດຍອາບ​ກາ​ນິດ​ສຖານ ​ບັນຊາ, ​ໃນ​ຂະນະທີ່​ບັນດາ​ກຳລັງ​ສາກົນ​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ​ຈະ​ສວມ​ບົດບາດ​ເປັນ​ຜູ້ໜູນ​ຊ່ວຍ​​ໃນ​ຂົງ​ເຂດຈຳນວນ​ໜື່ງ. ​ໂຄສົກ​ສຳນັກງານ​ປະທານາທິບໍດີອາບ​ກາ​ນິດ​ສຖານ ​ໃຫ້​ຮູ້​ວ່າ, ຂໍ້​ຕົກລົງ​ນີ້​ຈະ​ມີ​ຜົນ​ສັກສິດ​​ໃນທັນ​ທີ່ ​ແລະ ຕາມ​ຂໍ້​ຕົກລົງ​ນີ້, ຄະນະ​ກຳມະການ​ປະສົມໜື່ງ​ເຊິ່ງລວມມີ​ກຳ​ລັງ​ທະຫານ​ພິ​ເສດອາບ​ກາ​ນິດ​ສຖານ, ອາ​ເມ​ລິ​ກາ ​ແລະ NATO ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ, ມີໜ້າ​ທີ່​ຍົກ​ອອກ​ຂໍ້​ຕົກລົງ​ເມື່ອ​ຕ້ອງການ​ປະຕິບັດ​ການ​ບຸກ​ໂຈມ​ຕີ​ໃນ​ຍາມ​ກາງຄືນ, ​ແຕ່​ການ​ຕັດສິນ​ສຸດ​ທ້າຍ​ແມ່ນ​ຂຶ້ນ​ກັບອາບ​ກາ​ນິດ​ສຖານ.

ຂ່າວ/ບົດ​ອື່ນ