(ພາບປະກອບ)
(vovworld) - ວັນທີ 12/03, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ຮຽກຮ້ອງໃຫ້ບັນດາປະເທດອາຊີ ທີ່ມີສ່ວນກ່ຽວຂ້ອງເຖິງການພິພາດເຂດບັນດາທະເລໝູ່ເກາະອີກຄັ້ງໜຶ່ງວ່າ “ຕ້ອງເຄົາລົບກົດໝາຍຢ່າງຄົບຖ້ວນ ແບະ ບັນດາຂໍ້ກຳນົດສາກົນ” ເພື່ອຫຼີກຫຼ້ຽງບັນດາການປະທະກັນ. ໃນການພົບປະກັບເຈົ້າຊີວິດ ບຣຸໄລ Hassanal Bolkiah ທີ່ພວມຢູ່ຢ້ຽມຢາມວໍຊິນຕັນ, ທ່ານປະທານາທິບໍດີ Obama ໃຫ້ຮູ້ວ່າ, ກອງປະຊຸມສຸດຍອດປີ 2013 ນີ້ ຢູ່ບຣຸໄລ ຈະຍົກອອກບັນຫາພິພາດອະທິປະໄຕ, ເຂດນ່ານທະເລ ເຂົ້າເປັນຈຸດສຸມຂອງໂຄງການດຳເນີນງານ. ກ່ຽວຂ້ອງເຖິງບັນດາພິພາດອະທິປະໄຕເຂດນ່ານທະເລຢູ່ອາຊີ - ປຊີຟີກ, ແຕ່ວັນທີ 13 – 15/03, ບັນຫາທະເລຕາເວັນອອກ ຈະໄດ້ຮັບການຕີລາຄາຈາກວົງການນັກຊ່ຽວຊານ ໃນກອງປະຊຸມຢູ່ອາເມລິກາ ໂດຍ ສະມາຄົມອາຊີ - ສູນຄົ້ນຄວ້າ ແລະ ທາບທາມອັນດັບໜຶ່ງຢູ່ອາເມລິກາ ກ່ຽວກັບອາຊີ, ສົມທົບກັບໂຮງຮຽນນະໂຍບາຍຍຸດຕິທຳ ຫຼີກວາງຢ້າວ ຂອງສິງກະໂປພ້ອມກັນຈັດຕັ້ງຢູ່ນິວຢອກ. ກອງປະຊຸມສຳມະກາຄັ້ງນີ້ມີຫົວຂໍ້ວ່າ “ທະເລຕາເວັນອອກແມ່ນປັດໃຈສຳຄັນໃຫ້ແກ່ສັນຕິພາບ ແລະ ຄວາມສະຫົບປອດໄພໃນພາກພື້ນອາຊີ - ປາຊີຟີກ”, ບັນດາຜູ້ຊ່ຽວຊານເຂົ້າຮ່ວມກອງປະຊຸມສຳມະນາ ໄຈ້ແຍກບັນດາຂໍ້ສັງເກດໂດຍຖືວ່າ ການພິພາດຢູ່ທະເລຕາເວັນອອກ ພວມແມ່ນລູກລະເປີດທີ່ບໍ່ທັນແຕກ ແລະ ບັນດາມາດຕະການເພື່ອແກ້ໄຂ.