ອາເມລິກາຄັດຄ້ານບັນດາມາດຕະການໂຕ້ຕອບທາງການທູດຂອງລັດເຊຍ

(VOVWORLD) -ວັນທີ່ 28 ກໍລະກົດ, ກະຊວງການຕ່າງປະເທດອາເມລິກາ ໄດ້ອອກສຽງຄັດຄ້ານບັນດາມາດຕະການເຊິ່ງລັດເຊຍ ຍົກອອກມາ ແນ່ໃສ່ໂຕ້ຕອບເລື່ອງອາເມລິກາ ຈັດວາງບັນດາມາດຕະການລົງໂທດຕ້ານລັດເຊຍ

ອາເມລິກາຄັດຄ້ານບັນດາມາດຕະການໂຕ້ຕອບທາງການທູດຂອງລັດເຊຍ - ảnh 1  ທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດອາເມລິກາ

ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Sergei Lavrov

(ພາບ: EPA/TTXVN)

ໃນນັ້ນຮຽກຮ້ອງໃຫ້ອາເມລິກາ ຫຼຸດຜ່ອນຈຳນວນພາລະກອນການທູດ. ທ່ານນາງ Heather Mauert, ໂຄສົກກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ວໍຊິງຕັນ ສະແດງ “ຄວາມເສຍຫວັງ”  ແລະ ຄັດຄ້ານບັນດາການກະທຳຂອງລັດເຊຍ. ຕາມທ່ານນາງ Heather Mauert  ແລ້ວ, ທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Sergei Lavrov, ສ່ວນທ່ານ John Tefft, ເອກອັກຄະລັດຖະທູດອາເມລິກາ ປະຈຳ Moskava ໄດ້ມີການພົບປະກັນທ່ານ Sergei Ryabkov, ຮອງລັດຖະມົນຕີການຕ່າງປະເທດລັດເຊຍ. ເຖິງວ່າເນື້ອໃນການປຶກສາຫາລືບໍ່ໄດ້ເປີດເຜີຍເທື່ອ, ແຕ່ໂຄສົກຜູ້ນີ້ໃຫ້ຮູ້ວ່າ, ທ່ານລັດຖະມົນຕີ Rex Tillerson ໄດ້ຢືນຢັນຄວາມເຄັ່ງຕຶງປິນຂັ້ນໄດຈະບໍ່ຊ່ວຍຟື້ນຟູການພົວພັນລະຫວ່າງລັດເຊຍ - ອາເມລິກາ ໄດ້.

        ກ່ອນໜ້ານັ້ນ, ວັນທີ 28 ກໍລະກົດ, ທ່ານປະທານາທິບໍດີລັດເຊຍ Vladimir Pitin ໄດ້ໃຫ້ສັດຕະຍາບັນບັນດາມາດຕະການຂອງກະຊວງການຕ່າງປະເທດລັດເຊຍ ເພື່ອແນໃສ່ໂຕ້ຕອບເລື່ອງອາເມລິກາ ນຳໃຊ້ບັນດາມາດຕະການລົງໂທດຕ້ານລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ