ອາເມລິກາ,ຈີນຊຸກຍູ້ຮູບແບບການພົວພັນປະເທດໃຫຍ່ແບບໃໝ່
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ອວາງອີ (ຊ້າຍ) ພວມຢູ່ຢ້ຽມຢາມ ອາເມລິກາ
(ພາບ: AFP/TTXVN)
(vovworld) – ວັນທີ 1/10, ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Barack Obama ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ອວາງອີ, ພວມຢູ່ຢ້ຽມຢາມປະເທດນີ້, ໃນນັ້ນ 2 ຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນຫາການພົວພັນ 2 ຝ່າຍ. ການພົບປະນີ້ ໄດ້ດຳເນີນໄປກ່ອນການຢ້ຽມຢາມ ຈີນ ຂອງທ່ານ Obama ໃນເດືອນ 11 ຈະມາເຖິງ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານາທິບໍດີ Obama ໄດ້ຕີລາຄາສູງບົດບາດທີ່ມີລັກສະນະສ້າງສັນເຊິ່ງ ຈີນ ໄດ້ສະແດງໃນບັນດາບັນຫາສາກົນ. ການນຳ ອາເມລິກາ ຖືວ່າ: ການຢ້ຽມຢາມ ຈີນ ຈະມາເຖິງຈະແມ່ນກາລະໂອກາດເພື່ອໃຫ້ທ່ານແລກປ່ຽນທັດສະນະເລິກເຊິ່ງ ແລະ ກ້ວາງຂວາງ ກັບທ່ານປະທານປະເທດ ຈີນ ສີຈີ້ຜິງ ກ່ຽວກັບການຊຸກຍູ້ວິວັດທະນາການສ້າງຕັ້ງຮູບແບບການພົວພັນປະເທດໃຫຍ່ແບບໃໝ່ລະຫວ່າງ ອາເມລິກາ ແລະ ຈີນ ກ່ວາອີກ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຈີນ ອວາງອີ ກໍ່ສະແດງການສະໜັບສະໜູສຳລັບຂໍ້ສະເໜີຂອງ ອາເມລິກາ ກ່ຽວກັບເລື່ອງ 2 ປະເທດ ຄວນເພີ່ມທະວີການຮ່ວມມືໃນລະດັບສູງສຸດ ແລະ ຮັດແຄບຊ່ອງວ່າງບັນດາຄວາມບໍ່ລົງລອຍກັນ. ທ່ານເນັ້ນໜັກວ່າ: ປັກກິ່ງ ພ້ອມແລ້ວທີ່ຈະຮ່ວມມືກັບ ວໍຊິງຕັນ ເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດກໍ່ຄືຊຸກຍູ້ບັນດາຄວາມມານະພະຍາຍາມສ້າງການພົວພັນປະເທດໃຫຍ່ແບບໃໝ່ລະຫວ່າງ 2 ປະເທດ.