(vovworld) - ວັນທີ 21/01, ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ຈະບໍ່ຈັດສົ່ງຄະນະຜູ້ແທນເຂົ້າຮ່ວມການເຈລະຈາສັນຕິພາບກ່ຽວກັບສະພາບການຢູ່ຊີຣີ ຢູ່ນະຄອນຫຼວງ Astana ຂອງກາຊັກສະຖານ, ຍ້ອນບັນດາຄວາມຮຽກຮ້ອງທີ່ຮີບດ່ວນໃນວຽກງານມອບສົ່ງສິດອຳນາດຢູ່ວໍຊິງຕັນ. ຜູ້ຊ່ວຍວຽກໂຄສົກກະຊວງການຕ່າງປະເທດອາເມລິກາ Mark Toner ໃຫ້ຮູ້ວ່າ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳກາຊັກສະຖານ George Krol ຈະຕາງໜ້າໃຫ້ປະເທດນີ້ເຂົ້າຮ່ວມການເຈລະຈາສັນຕິພາບຢູ່ Astana, ເຊິ່ງຄາດວ່າຈະຈັດຂຶ້ນໃນອາທິດໜ້າ. ໃນຂະນະນັ້ນ, ໂຄສົກກະຊວງການຕ່າງປະເທດກາຊັກສະຖານ Anuar Jainakov ໃຫ້ຮູ້ວ່າ, ບັນດາຄະນະຜູ້ແທນລັດເຊຍ, ຕວກກີ ແລະ ອີຣານ ໄດ້ໄປຮອດນະຄອນຫຼວງ Astana ເພື່ອເຂົ້າຮ່ວມບັນດາການເຈລະຈາກ່ຽວກັບບັນຫາຊີຣີ.
ກ່ອນໜ້ານັ້ນ, ຕວກກີ ແລະ ລັດເຊຍ ໄດ້ຕົກລົງເຊີນອາເມລິກາ ເຂົ້າຮ່ວມການເຈລະຈາສັນຕິພາບກ່ຽວກັບສະພາບການຢູ່ຊີຣີ ຈັດຂຶ້ນຢູ່ Astana. ເຖິງຢ່າງໃດກໍ່ຕາມ, ວັນທີ 18/01, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ໃຫ້ຮູ້ວ່າ, ລັດຖະບານອີຣານ ຄັດຄ້ານເລື່ອງອາເມລິກາ ເຂົ້າຮ່ວມການເຈລະຈາສັນຕິພາບຊີຣີ.