ອາເມລິກາຈະເປັນຕະຫລາດອັນດັບໜຶ່ງຂອງຫວຽດນາມໃນໄລຍະຈະມາເຖິງ

ອາເມລິກາຈະເປັນຕະຫລາດອັນດັບໜຶ່ງຂອງຫວຽດນາມໃນໄລຍະຈະມາເຖິງ - ảnh 1
(ພາບປະກອບ)

(vovworld) - ​ຕາມ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລ້ວ, ມາຮອດ​ປະຈຸ​ບັນ, ອາ​ເມ​ລິ​ກາ ສືບ​ຕໍ່​ແມ່ນ​ຕະຫລາດ​ສົ່ງ​ອອກ​​ໃຫຍ່​ສຸດ​ຂອງ ຫວຽ​ດນາມ ດ້ວຍ​ອັດຕາ​ສ່ວນ 19,7%. ​ໃນ​ຈຳນວນ 20 ກ່ວາ​ປະ​ເພດ​ສິນ​ຄ້າສົ່ງ​ອອກ​ໄປ​ຍັງ ອາ​ເມ​ລິ​ກາ ​​ໃນ​ນັ້ນ​ມີ​ 7 ປະ​ເພດ​​ມີ​ມູນ​ຄ່າ​ສົ່ງ​ອອກ 1 ຕື້ USD/ປີ, ສູງ​ສຸດ​ແມ່ນ: ​ເຄື່ອງຕຳ່ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ​ເຄື່ອງ​​ເຟີ​ນີ​ເຈີ, ສິນ​ໃນ​ນ້ຳ… ​ເມື່ອ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ​ໄດ້​ຮັບ​ການລົງ​ນາມ, ​ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ​ຂອງ​ ຫວຽດນາມ ​ໄປ​ຍັງ​ຕະຫລາດ ອາ​ເມ​ລິ​ກາ ນັບ​ມື້​ນັບ​ສູງ​ຂຶ້ນ. ດ້ວຍປະລິມານສິນຄ້າ​ໃນ​ທ້ອງ​ຕະຫລາດຕົກ​ເປັນ​ມູນ​ຄ່າ​ປະມານ 1.800 ຕື້​ USD, ອາ​ເມ​ລິ​ກາ ພວມ​ໄດ້ຮັບ​ຖືວ່າ​ເປັນ​ຕະຫລາດ​ຈຸດ​ສຸມອັນ​ດັບ 1 ຂອງ ຫວຽດ​ນາມ​ ໃນ​ໄລຍະ​ຈະ​ມາ​ເຖິງ. ໜຶ່ງ​ໃນ​ບັນດາ​ປະ​ເພດສິນຄ້າ​ໄດ້​ຮັບ​ການບຸລິມະສິດ​ຈາກ​ສັນຍາ​ດັ່ງກ່າວ​ແມ່ນ​ ​ເຄື່ອງຕຳ່​ແຜ່ນ​ຕັດຫຍິບ, ວົງ​ເງິນ​ສົ່ງ​ອອກ​ເຄື່ອງຕຳແຜ່ນ​ຕັດຫຍິບຂອງ ຫວຽດນາມ ​ໄປ​ຍັງ​ຕະຫລ​າດ ອາ​ເມ​ລິ​ກາ ອາດ​ຈະ​ບັນລຸ​​​ເຖິງ 22 ຕື້​ USD ໃນ​ປີ 2020 ​ແລະ ອາດ​ສາມາດ​ເພີ່ມ​ຂຶ້ນ​ເກືອບ 46% ​ໃນ​ປີ 2025.

        ຫວຽດນາມ ຢືນ​ອັນ​ດັບ​ທີ 10 ​ໃນ ຈຳນວນ 234 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນມີ​ການ​ພົວພັນດ້ານ​ການ​ຄ້າ​ກັບ ອາ​ເມ​ລິ​ກາ. ສິນຄ້າ​ຂອງ ຫວຽດນາມ ກວມ​ເອົາ 22% ຍອກ​ວົງ​ເງິນ​ສົ່ງ​ອອກ​ຂອງ​ພາກ​ພື້ນ ອາ​ຊຽນ ​ໄປ​ຍັງ​ຕະຫລາດ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ