ຄຸກ Guantanamo
AFP/TTXVN
|
(vovworld)- ວັນທີ 4/4, ລັດຖະບານ ອາເມລິກາ ປະກາດວ່າ ໄດ້ຍົກຍ້າຍ ນັກໂທດ 2 ຄົນຈາກຄຸກ Guantanamo ເຖິງ Senegal. ຖະແຫລງການຂອງທຳນຽບ 5 ແຈ ໄດ້ຊີ້ແຈ້ງວ່າ ດ້ວຍຄຳຕັດສິນດັ່ງກ່າວ ຄຸກ Guantanamo ຍັງເຫລືອນັກໂທດ 89 ຄົນພວມຖືກກັກຂັງ. ທ່ານ John Kerry, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ຢືນຢັນວ່າ: ວໍຊິງຕັນ ຈະຜັນຂະຫຍາຍບັນດາບາດກ້າວເດີນທີ່ຈຳເປັນເພ່ືອສາມາດຫລຸດຜ່ອນຈຳນວນນັກໂທດຢູ່ຄຸກ Guantanamo ລົງ ກໍຄືອັດປະຕູຄຸກແຫ່ງນີ້ ເພື່ອປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ. ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາພາຍຫລັງ ສື່ມວນຊົນອາເມລິກາ ໃຫ້ຂ່າວວ່າ ພຽງສອງສາມມື້ທີ່ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດຕໍ່ສະພາແຫ່ງຊາດກ່ຽວກັບເລື່ອງຈະຍົກຍ້າຍນັກໂທດປະມານ ສີບໆຄົນ.