ອາເມລິກາຕໍ່ກຳນົດຄຳສັ່ງຂວ້ຳບາດສຳລັບສປປ.ເກົາຫຼີຕື່ມອີກໜຶ່ງປີ

ອາເມລິກາຕໍ່ກຳນົດຄຳສັ່ງຂວ້ຳບາດສຳລັບສປປ.ເກົາຫຼີຕື່ມອີກໜຶ່ງປີ - ảnh 1
ການຊ້ອມຮົບຍິງລູກປືນແທ້ຂອງ ສປປ ເກົາຫຼີ
(ພາບ: AFP/TTXVN)

(vovworld) – ຕາມ​ສຳນັກ​ຂ່າວສານ KBS ​ແລ້ວ, ວັນ​ທີ 21/6, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໃຫ້​ຮູ້​ວ່າ: ວໍ​ຊິງຕັນ ຈະ​ຕໍ່​ກຳນົດເວລາ​ປະຕິບັດ​ຄຳ​ສັ່ງ​ຂວ້ຳ​ບາດ​ເສດຖະກິດ​ສຳລັບ ສປປ ​ເກົາຫຼີ ຕື່ມ​ອີກໜຶ່ງປີ. ຜ່ານ​ແຈ້ງ​ການ​ສົ່ງເຖິງສະພາ​ແຫ່ງ​ຊາດ, ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ​ແມ່ນ​ໄພ​ນາບ​ຂູ່​ພິ​ເສດ​ສຳລັບ ອາ​ເມ​ລິ​ກາ ດັ່ງ​ນັ້ນ​ຕ້ອງ​ມີ​ເວລາອີກ​ໜຶ່ງ​ປີ​ເພື່ອ​ສາມາດ​ປະຕິບັດ​ບັນດາ​ມາດ​ຕະການ​ຂວ້ຳ​ບາດ​ດ້ານ​ເສດຖະກິດ​ສຳລັບ ພຽງ​ຢາງ. ທ່ານ​ປະທານາທິບໍດີ Obama ຊີ້​ແຈ້ງ​ສາຍ​ເຫດ​ຕົ້ນ​ຕໍ່​​ເຮັດ​ໃຫ້ ວໍ​ຊິງຕັນ ນຳ ພຽງ​ຢາງ​ເຂົ້າ​ບັນຊີ​ລາຍ​ຊື່ “​ເປົ້າ​ໝາຍ​ຮີບ​ດ່ວນ​ລະດັບ​ຊາດ” ​ແມ່ນ​ການ​ມີ​ອາວຸດ​ນິວ​ເຄຼຍ, ​ໄພ​ແຜ່​ຂະຫຍາຍ​ວັດຖຸ​ສຳລັບ​ການ​ຜະລິດອາວຸດ ກໍ່​ຄື​ບັນດາ​ນະ​ໂຍບາຍ, ການ​ກະທຳ​ຂອງ​ອຳນາດ​ການ​ປົກຄອງ ພຽງ​ຢາງ ສືບ​ຕໍ່​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຕໍ່ກັບ ອາ​ເມ​ລິ​ກາ.

 


ຂ່າວ/ບົດ​ອື່ນ