ອາເມລິກາຕັ້ງໜ້າປ້ອງກັນ, ຫລຸດຜ່ອນ ຜົນເສຍຫາຍໂດຍພະຍຸ Sandy ກໍ່ຂຶ້ນໃນລະດັບຕ່ຳສຸດ

ອາເມລິກາຕັ້ງໜ້າປ້ອງກັນ, ຫລຸດຜ່ອນ ຜົນເສຍຫາຍໂດຍພະຍຸ Sandy ກໍ່ຂຶ້ນໃນລະດັບຕ່ຳສຸດ - ảnh 1

(ພາບ:vnexpress.net)

(VOV)- ຕອນ​​ເຊົ້າວັນ​ທີ 30/10, ຕາມ​ເວລາ​ຫວຽດນາມ, ພະຍຸ Sandy ​ເລີ່​ມພັດ​ເຂົ້າ​ເຂດ​ແຄມ​ທະ​ເລ​ທາງ​ທິດຕາ​ເວັນ​ອອກປະ​ເທດ​ອາ​ເມ​ລິ​ກາ ດ້ວຍ​ຄວາມຍາວ​ກ່ວາ 1500 ກມ. ປະຊາຊົນ​ອາ​ເມລິກາ ຢູ່​ 7 ລັດ  ​ປະມານ 300.000 ຄົນ​ພວມຕົກ​ເຂົ້າສູ່​ສະພາບ​ຂາດໄຟ​ຟ້າ ​ແລະ ອີກນັບ​ແສນ​ໆຄົນຕ້ອງ​ຍົກຍ້າຍ​ໄປ​ບ່ອນ​ປອດ​ໄພ​ໃນ​ຂະນະ​ທີ່​ນັບ​ຮ້ອຍໆ​ຖ້ຽວ​ບິນ​ຖືກ​ຍົກ​ເລິກ. ບັນດາ​ການ​ບໍລິການ​ຄົມມະນາຄົມ​ສາທາລະນະ​ຄື: ລົດ​ເມ, ລົດ​ໄຟ  ​ແລະ ລົດ​ໄຟ​ໃຕ້​ດິນຢູ່ 3 ນະຄອນ​ໃຫ່ຍຄື New York, Washington DC  ​ແລະ Philadelphia ຖືກຢຸດ​ສະ​ງັກຢ່າງ​ສິ້ນ​ເຊິ​ງ ​ໃນ​ຂະນະ​ທີ່​ຕະຫຼາດ​ຫຼັກ​ຊັບ New York ກໍ່​ຈະ​ປິດ​ປະຕູ​ຈົນ​ຮອດ​ວັນ​ທີ 31/10. ຄາດ​ວ່າ, ຜົນ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຍ້ອນພະຍຸ Sandy ​ກໍ່​ຂຶ້ນ​ຈະ​ຂຶ້ນ​ເຖິງ 20 ຕື້​ໂດ​ລາ​ສະຫະລັດ. ​ພະຍຸ​ດັ່ງກ່າວ​ພັດ​ຜ່ານ​ເຂດທະ​ເລ Caribbea ​ໄດ້​ເຮັດ​ໃຫ້ 67 ​ຄົນເສຍ​ຊີວິດ.

ຂ່າວ/ບົດ​ອື່ນ