ພິທີປະກາດບົດລາຍງານ CSIS
ພາບ:vov
|
(vovworld)- ນີ້ແມ່ນຂໍ້ສັງເກດຂອງບັນດາຜູ້ຊ່ຽວຊານຄົ້ນຄວ້າກ່ຽວກັບ ອາຊີຕາເວັນອອກສຽງໃຕ້ ໃນບົດລາຍງານກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໂດຍສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ຂອງອາເມລິກາ (CSIS) ປະກາດໃນຕອນເຊົ້າວັນທີ 2/10. ດ້ວຍຫົວຂໍ້ວ່າ: “ສັງກາດໃຫມ່ໃນການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ: ນຳການພົວພັນລະຫວ່າງສອງປະເທດເປັນປົກກະຕິພາຍຫລັງ 2 ທົດສະວັດໃຫ້ເລິກເຊິ່ງ”, ບົດລາຍງານດັ່ງກ່າວໄດ້ສຸມໃສ່ 3 ເສົາຄ້ຳຕົ້ນຕໍໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາຄື: ການຮ່ວມມືດ້ານການເມືອງ ແລະ ການປ້ອງກັນຄວາມສະຫງົບ, ການພົວພັນດ້ານການຄ້າ ແລະ ການລົງທຶນ, ການພົວພັນລະຫວ່າງປະຊາຊົນສອງປະເທດ, ການຮ່ວມມືກ່ຽວກັບການສຶກສາ, ສາທາລະນະສຸກ ແລະ ສິ່ງແວດລ້ອມ.
ທ່ານ Scot Maciel, ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາອາຊີຕາເວັນອອກ ແລະ ປາຊີຟີກ ຕີລາຄາສູງບົດບາດຂອງຫວຽດນາມທີ່ບັນດາເວທີປາໄສຫລາຍຝ່າຍ:
“ໃນຂົງເຂດພົວພັນກັບຕ່າງປະເທດ, ພວກຂ້າພະເຈົ້າໄດ້ສົມທົບກັບຫວຽດນາມ ຢ່າງມີປະສິດທິຜົນທີ່ ອາຊຽນຮ, ກອງປະຊຸມສຸດຍອດ ອາຊີຕາເວັນອອກ, APEC.. ຫວຽດນາມ ແມ່ນຄູ່ຮ່ວມມືທີ່ດີໃນການຊຸກຍູ້ສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.”
ຄຽງຄູ່ກັບບັນດາການຕີລາຄາກ່ຽວກັບການພົວພັນລະຫວ່າງສອງປະເທດໃນ 20 ປີຜ່ານມາ, ບົດລາຍງານໄດ້ສະເຫນີບາງບັນຫາເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ.