(VOVWORLD) - ວັນທີ 22 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ນາບຂູ່ວ່າຈະຈັດວາງອັດຕາພາສີ 20% ສຳລັບລົດໂອໂຕທີ່ນຳເຂົ້າຈາກສະຫະພາບເອີລົບ (ອີຢູ)
ພາຍຫຼັງບັນດາມາດຕະການຈັດວາງອັດຕາພາສີໂຕ້ຕອບຂອງອີຢູ ສຳລັບຜະລິດຕະພັນນັບເປັນ 20 - 30 ປະເພດຂອງອາເມລິກາ ເລີ່ມຕົ້ນມີຜົນສັກສິດໃນວັນດຽວກັນ. ປະຈຸບັນ, ອາເມລິກາ ໄດ້ຈັດວາງອັດຕາພາສີ 2,5% ສຳລັບລົດໂດຍສານ ທີ່ນຳເຂົ້າຈາກອີຢູ ແລະ 25% ສຳລັບລົດກະບະທີ່ນຳເຂົ້າ.
ໃນຂະນະນັ້ນ, ອີຢູ ຈັດວາງອັດຕາພາສີ 10% ສຳລັບລົດໂອໂຕທີ່ນຳເຂົ້າຈາກອາເມລິກາ ແລະ ບັນດາສິນຄ້າອື່ນໆ… ເລື່ອງຈັດວາງອັດຕາພາສີມີຜົນສັກສິດນັບແຕ່ວັນທີ 22 ມິຖຸນາ, ເພື່ອແນໃສ່ໂຕ້ຕອບເລື່ອງອາເມລິກາ ຈັດວາງອັດຕາພາສີ 25% ສຳລັບເຫຼັກກ້າ ແລະ 10% ອາລູມີນຽມ ທີ່ສົ່ງອອກຂອງອີຢູ.