ອາເມລິກາປະກາດຮ່າງມະຕິລົງໂທດສປປ.ເກົາຫຼີຢູ່ສະພາຄວາມໝັ້ນຄົງສປຊ
ທ່ານນາງເອກອັກຄະລັດຖະທູດອາເມລິກາ
ປະຈຳສະຫະປະຊາຊາດ Samantha Power
(ພາບ: bbc)
(vovworld) – ວັນທີ 25/02, ທ່ານນາງເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Samantha Power ໃຫ້ຮູ້ວ່າ, ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ ປະເທດນີ້ ໄດ້ປະກາດຮ່າງມະຕິຮັດແໜ້ນຄຳສັ່ງລົງໂທດສຳລັບສປປ.ເກົາຫຼີ, ໃນນັ້ນມາດຕະການແຂງແຮງທີ່ສຸດແມ່ນການຂົນສົ່ງທາງທະເລທຸກໆຖ້ຽວທັງເຂົ້າ ແລະ ອອກແດນສປປ.ເກົາຫຼີ ຈະຖືກວດກາ. ກ່າວຄຳເຫັນຕໍ່ໜ້າບັນດານັກຂ່າວ, ທ່ານນາງ Power ໃຫ້ຮູ້ວ່າ “ເປັນຄັ້ງທຳອິດໃນປະຫວັດສາດ, ການຂົນສົ່ງສິນຄ້າທຸກໆຖ້ຽວເຂົ້າ ແລະ ອອກແດນ ສປປ.ເກົາຫຼີ ຈະຖືກກວດກາ”. ນອກນັ້ນ, ເອກະສານນີ້ຍັງຈັດວາງຄຳສັ່ງຫ້າມສປປ.ເກົາຫຼີ ສົ່ງອອກ ຖ່ານຫີນ, ແຮ່ໂລຫະ, ຄຳ…; ພ້ອມທັງຫ້າມບັນດາປະເທດສະໜອງເຊື້ອໄຟທີ່ນຳໃຊ້ໃນຂະແໜງການບິນໃຫ້ປະເທດນີ້. ເອກະສານນີ້ກໍຮຽກຮ້ອງບັນດາປະເທດເນລະເທດບັນດານັກການທູດສປປ.ເກົາຫຼີ ຢູ່ປະເທດປະຈຳຖິ່ນທີ່ກ່ຽວຂ້ອງເຖິງບັນດາການເຄື່ອນໄຫວຜິດກົດໝາຍ…