ອາເມລິກາປາດຖະຫນາຢາກມີຫລາຍໂຄງການລົງທຶນເຂົ້າຫວຽດນາມກວ່າ

ອາເມລິກາປາດຖະຫນາຢາກມີຫລາຍໂຄງການລົງທຶນເຂົ້າຫວຽດນາມກວ່າ - ảnh 1
ທ່ານ ​ເລ​ແທງ​ຫາຍຕ້ອນຮັບ​ທ່ານ​ນາງ Caroline Atkinson
photo:internet


(vovworld)-  ຕອນ​ບ່າຍ​ວັນ​ທີ 10/12, ທ່ານ ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມີນ ​ໄດ້​ຕ້ອນຮັບ​ທ່ານ​ນາງ Caroline Atkinson,  ຮອງ​ຜູ້​ຊ່ວຍ​ວຽກ​ປະທານາທິບໍດີ​ອາ​ເມ​ລິ​ກາ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ເລ​ຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈິ​ມີນ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກວ່າ​ອີກ. ​ໃນ​ຊຸມ​ປີຜ່ານມາ, ການ​ລົງທຶນ​ຂອງ​ອາ​ເມ​ລິ​ກາ​ເຂົ້າ​ນະຄອນ​ໂຮ່ຈິ​ມີນ ​​ແມ່ນ​ພັດທະນາ, ​ໃນ​ນັ້ນ ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ສຸມ​ໃສ່​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ບໍລິການ, ການ​ເງິນ, ທະນາຄານ, ປະກັນ​ໄພ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ສູງ. ທ່ານ​ນາງ Caroline Atkinson ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ຄະນະ ​ແມ່ນ​ສຳຄັນ​ທີ່​ສຸດ, ​​ເປັນ​ຕົ້ນ​ໃນ​ສະພາບ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ຍົກ​ການ​ພົວພັນ​ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຮອບດ້ານ. ອາ​ເມ​ລິ​ກາ ປາດ​ຖະຫນາ​ຢາກວ່າການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຂງ​ແຮງ ດ້ວຍ​ການ​ເຈລະຈາ ​ແລະ ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາ​ຊີ​ຟີ​ກ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງໂດຍ​ໄວ. ຕາ​ມທ່ານ​ນາງ Caroline Atkinson ​ແລ້ວ, ອາ​ເມ​ລິ​ກາ ມີ​ບໍລິສັດ​ຫລາຍ​ແຫ່ງ​ທີ່​ດຳ​ເນີນ​ທຸລະ​ກິດ​ໃນ​ບັນດາຂົງ​ເຂດ​ແຕກ​ຕ່າງ​ກັນ ​ແລະ ມີ​ບົດຮຽນ​ຫລາຍ​ຢ່າງ​ສາມາດ​ຫນູນ​ຊ່ວຍ​ປະຕິບ​ັດບັນດາ​ໂຄງການ​ຢູ່​ຫວຽດນາມ. ບັນດາ​ຂົງ​ເຂດ​ດັ່ງກ່າວ​ລ້ວນ​​ແຕ່​​​ແມ່ນສ່ວນ​ຫນຶ່ງ​ຂອງການ​ຮ່ວມ​ມື​ໃນ​ການ​ພົວພັນ​ຄູ​່ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ