ອາເມລິກາຢືນຢັນການເຈລະຈາກັບລັດເຊຍບໍ່ຖືກຢຸດສະງັກ

ອາເມລິກາຢືນຢັນການເຈລະຈາກັບລັດເຊຍບໍ່ຖືກຢຸດສະງັກ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kirby
(ພາບ: AFP/TTXVN)

(vovworld) - ​ ​ ວັນ​ທີ 21/12 ອາ​ເມ​ລິ​ກາ ​ໄດ້​ອອກ​ສຽງປະຕິ​ເສດ​ບັນດາ​ຄຳ​ວິ​ຈານ​ຂອງ​ໂຄສົກວັງ Kremlin ທ່ານ Dmitry Peskov ທີ່ຖື​ວ່າ ​ບັນດາ​ຊ່ອງ​ເຈລະຈາ​ເກືອບ​ທັງ​ໝົດ​ລະ​ຫວ່າງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຖືກຢຸດ​ສະ​ງັກ, ພ້ອມ​ທັງ ຢືນຢັນ​ວ່າ ບໍ່​ມີ​ການ​ຢຸດ​ສະ​ງັກ​ໃດໆ ກ່ຽວ​ກັບ​ການ​ເຈລະຈາ​ລະຫວ່າງ 2 ປະ​ເທດ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kirby ຊີ້​ແຈ້ງວ່າ: “ຍາກທີ່ຈະ​ຮູ້​ໄດ້​ຄວາ​ມໝາຍ​ຂອງ​ຄຳ​ວິ​ຈານ​ດັ່ງ​ກ່າວ​ແມ່ນ​ຄື​ແນວ​ໃດ, ​ແຕ່ການ​ພົວພັນ​ດ້ານ​ການ​ທູດກັບ ລັດ​ເຊຍ ຍັງ​ຄົງ​ສືບ​ຕໍ່​ໃນ​ບັນຫາຕ່າງໆ”. ​ເຖິງ​ວ່າ​ໄດ້​ຍອມຮັບ​ວ່າ ​ລະຫວ່າງ 2 ຝ່າຍ​ຍັງ​ຄົງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃຫຍ່​ກ່ຽວ​ກັບ​ບາງ​ບັນຫາ​ນີ້, ​ແຕ່​ທ່ານ Kirby ຍັງຢືນຢັນ​ວ່າ “ບໍ່​ມີ​ການ​ຢຸດ​ສະ​ງັກ​ໃນ​ການ​ເຈລະຈາ​ໃດໆ”. ຕາມ​ທ່ານ Kirby ​ແລ້ວ ປະຈຸ​ບັນ ຍັງ​ມີ​ຫລາຍ​ບັນຫາ​ຄວນ​ໄດ້​ຮັບ​ການ​ເຈລະຈາ ​ແລະ ຕິດ​ຕໍ່​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ​, ວໍ​ຊິງ​ຕັນ ຍັງ​ຄົງ​​ໄດ້​ຮັບ​ການ​ປະຕິບັດ​ຜ່ານ​ການ​ເຈລະຈາ.

 

ຂ່າວ/ບົດ​ອື່ນ