ອາເມລິກາສືບຕໍ່ນຳໃຊ້ຄຳສັ່ງຂວ້ຳບາດດ້ານເສດຖະກິດຕໍ່ອີຣານ
ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ປະກາດໃຊ້ບັນດາຄຳສັ່ງລົງໂທດຢ່າງເຂັ້ມງວດກ່ວາທີ່ມີຕໍ່ລັດຖະບານ ແລະ ທະນາຄານສູນກາງ ອີຣານ
(ພາບ: baomoi.com)
(vov5.vn) ວັນທີ 6/2, ທຳນຽບຂາວໃຫ້ຮູ້ວ່າ: ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ປະກາດໃຊ້ບັນດາຄຳສັ່ງລົງໂທດຢ່າງເຂັ້ມງວດກ່ວາທີ່ມີຕໍ່ລັດຖະບານ ແລະ ທະນາຄານສູນກາງ ອີຣານ (ຫຼື CBI) ເພື່ອແນໃສ່ປິດລ້ອມຊັບສິນທັງໝົດຂອງອີຣານຢູ່ອາເມລິກາ. ນີ້ແມ່ນລັດຖະດຳລັດໄດ້ຮັບການລົງນາມ ເພື່ອແນໃສ່ປະຕິບັດມາດຕະການລົງໂທດໃໝ່ທີ່ສະພາແຫ່ງຊາດອາເມລິກາໄດ້ ຮັບຮອງເອົາເມື່ອທ້າຍປີ 2011 ນີ້, ດ້ວຍຈຸດໝາຍເຮັດໃຫ້ດ້ານເສດຖະກິດອີຣານຕົກຢູ່ໂດດດຽວ ຍ້ອນວ່າ Teheran ບໍ່ຍອມຢຸດຕິໂຄງການນິວເຄຼຍຕາມຄວາມຮຽກຮ້ອງຂອງ ອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກ.