ອາເມລິກາສືບຕໍ່ແກ່ຍາວບັນດາມາດຕະການລົງໂທດຊີຣີ

(VOVWORLD) -ວັນທີ 09 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ແຈ້ງວ່າ, ວໍຊິງຕັນ ຈະສືບຕໍ່ແກ່ຍາວສະພາບການພາວະສຸກເສີນແຫ່ງຊາດ ກໍ່ຄືບັນດາມາດຕະການລົງໂທດຕໍ່ຊີຣີ ຕື່ມອີກ 1 ປີ.

ອາເມລິກາສືບຕໍ່ແກ່ຍາວບັນດາມາດຕະການລົງໂທດຊີຣີ - ảnh 1 ທ່ານປະທານາທິບໍດີ Donald Trump

(ພາບປະກອບ: AFP/TTXVN)

ໃນແຈ້ງການທີ່ສົ່ງເຖິງສະພາແຫ່ງຊາດອາເມລິກາ, ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ “ສືບຕໍ່ແກ່ຍາວສະພາບການພາວະສຸກເສີນແຫ່ງຊາດຕື່ມອີກ 1 ປີສຳລັບບັນດາການກະທຳຂອງລັດຖະບານຊີຣີ’. ຕາມແຈ້ງການດັ່ງກ່າວ, ມີລັດຖະດຳລັດສະບັບໜຶ່ງຈະໄດ້ປະກາດໃຊ້ເພື່ອແນໃສ່ປິດລ້ອມຊັບສົມບັດຂອງບັນດາສ່ວນບຸກຄົນທີ່ໄດ້ຍົກອອກມາ, ພ້ອມທັງຫ້າມສົ່ງອອກສິນຄ້າບາງປະເພດໄປຍັງຊີຣີ. ພ້ອມກັນນັ້ນ, ອາເມລິກາ ກໍ່ຈະພິຈາລະນາບັນດາການປ່ຽນແປງໃນໂຄງປະກອບ, ນະໂຍບາຍ ແລະ ການກະທຳຂອງລັດຖະບານຊີຣີ ເພື່ອຕົກລົງກ່ຽວກັບເລື່ອງຄວນແກ່ຍາວສະພາບການພາວະສຸກເສີນແຫ່ງຊາດໃນອະນາຄົດຕື່ມອີກຫຼື ບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ