ອາເມລິກາສະໜັບສະໜູນການຮັກສາສັນຕິພາບ,ຄວາມສະຫງົບ,ສະຖຽນລະພາບຂອງອາຊຽນ
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ແລະ ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ
(ພາບປະກອບຈາກ ອິນເຕີເນັດ)
(vovworld) – ຕອນບ່າຍວັນທີ 16/2, ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ ແຕ່ວັນທີ 15 -17/2, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ໄດ້ລົງຢ້ຽມຢາມຄະນະເລຂາ ອາຊຽນ ແລະ ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ. 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາ 2 ຝ່າຍ, ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນການເພີ່ມທະວີການຮ່ວມມື ອາເມລິກາ - ອາຊຽນ ເພື່ອແນໃສ່ຮັກສາສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບຢູ່ພາກພື້ນ. ທ່ານເລຂາທິການໃຫຍ່ ເລເລືອງມິງ ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມື ແລະ ຄູ່ເຈລະຈາລະຫວ່າງ ອາຊຽນ ແລະ ອາເມລິກາ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ John Kerry ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ ໜູນຊ່ວຍວິວັດການເຊື່ອມໂຍງພາກພື້ນ ແລະ ສ້າງປະຊາຄົມອາຊຽນໃນປີ 2015. ອາເມລິກາ ສະໜັບສະໜູນຫຼັກໝັ້ນກໍ່ຄືບັນດາຄວາມມານະພະຍາຍາມຮັກສາສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບຂອງ ອາຊຽນຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຟິກ. ອາເມລິກາ ເຫັນດີເປັນເອກະສັນດ້ວຍວິທີແກ້ໄຂບັນດາການພິພາດອະທິປະໄຕບົນພື້ນຖານກົດໝາຍສາກົນ, ຜ່ານການໂອ້ລົມສົນທະນາ, ເຈລະຈາສັນຕິພາບ, ບໍ່ນຳໃຊ້ ແລະ ບໍ່ນາບຂູ່ນຳໃຊ້ອາວຸດ.