ອາເມລິກາສ້າງຍຸດທະ ສາດບັງຄັບຈີນປ່ຽນ ແປງການປະພຶດ ຢູ່ທະເລຕາເວັນອອກ
(ພາບ: vov.vn)
(vovworld)- ກອງປະຊຸມສຳມະນາຄັ້ງທີ 4 ກ່ຽວກັບທະເລຕາເວັນອອກຈັດຂຶ້ນຢູ່ນະຄອນຫຼວງວໍຊິງຕັນດີຊີ ໄດ້ອັດລົງໃນຕອນເຊົ້າວັນທີ 12/7 (ຕາມເວລາຫວຽດນາມ) ດ້ວຍບັນດາຂໍ້ສະເໜີ ແລະ ການຕີລາຄາສຳຄັນກ່ຽວກັບນະໂຍບາຍຂອງອາເມລິກາ ໃນການແກ້ໄຂຄວາມເຄັ່ງຕຶງໃນພາກພື້ນ. ກ່າວຄຳເຫັນທີ່ວາລະປຶກສາຫາລືຄັ້ງສຸດທ້າຍ, ທ່ານ Michael Fuchs ຮອງຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບຍຸດທະສາດ ແລະ ບັນດາບັນຫາຫຼາຍຝ່າຍຊີ້ແຈ້ງວ່າ: ການກະທຳບັງຄັບ ແລະ ນາບຂູ່ນຳໃຊ້ກຳລັງອາວຸດຢູ່ທະເລຕາເວັນອອກຂອງຈີນ ໄດ້ສ້າງຄວາມເຄັ່ງຕຶງທີ່ອາດຈະສົ່ງສະທ້ອນເຖິງຝ່າຍຕ່າງໆທີ່ກ່ຽວຂ້ອງ ແລະ ທັງພາກພື້ນ ແລະ ໂລກ. ກ່ຽວກັບນະໂຍບາຍຂອງອາເມລິກາ ຢູ່ທະເລຕາເວັນອອກ, ທ່ານນາງ Bonnie Glaser ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບຈີນ ໃຫ້ຂໍ້ສັງເກດວ່າ, ອາເມລິກາ ພວມມານະພະຍາຍາມກລຸດຜ່ອນຄວາມເຄັ່ງຕຶງ ແລະ ໃຫ້ຮູ້ວ່າ: ວໍຊິງຕັນ ພວມສ້າງຍຸດທະສາດເພື່ອແນໃສ່ປ່ຽນແປງບັນດາການຄິດໄລ່ຄ່າໃຊ້ຈາຍຜົນປະໂຫຍດຂອງຈີນ ເພື່ອເຮັດໃຫ້ຈີນ ເຂົ້າໃຈວ່າ, ການບັງຄັບ, ນາຍຂູ່ບັນດາປະເທດບ້ານໃກ້ເຮືອນຄຽງຈະເຮັດໃຫ້ເຂົາເຈົ້າຕ້ອງກິນແໜງ./.