ພາບປະກອບ
|
(vovworld) - ສະມາຊິກສະພາຕ່ຳພັກ ສາທາລະນະ 2 ທ່ານຂອງອາເມລິກາ ເຊິ່ງແມ່ນທ່ານ Joaquin Castro, ຕາງໜ້າໃຫ້ລັດ Texas ແລະ ທ່ານ Ann Wagner, ຕາງໜ້າໃຫ້ລັດ Missouri, ໄດ້ສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງ ອາຊີຕາເວັນອອກສ່ຽງໃຕ້. ໜ້າທີ່ຂອງກຸ່ມນີ້ແມ່ນສຸມໃສ່ເຂົ້າບັນດາບັນຫາ “ສຳຄັນ” ສຳລັບຜົນປະໂຫຍດຄວາມໝັ້ນຄົງ, ເສດຖະກິດຂອງ ອາເມລິກາ ໃນການພົວພັນກັບອາຊີຕາເວັນອອກສ່ຽງໃຕ້. ໃນບົດກ່າວປາໄສ, ສະມາຊິກສະພາຕ່ຳ 2 ທ່ານລ້ວນແຕ່ເນັ້ນໜັກວ່າ: 10 ປະເທດສະມາຊິກ ອາຊຽນ ຕາງໜ້າໃຫ້ພື້ນຖານເສດຖະກິດໃຫຍ່ອັນດັບທີ 7 ຂອງໂລກ ແລະ ຢືນອັນດັບທີ 3 ຂອງໂລກກ່ຽວກັບກຳລັງຄົນງານ. ດັ່ງນັ້ນ, ສະພາແຫ່ງຊາດຕ້ອງມີຄວາມຮັບຮູ້ກ່ຽວກັບຄວາມຈຳເປັນເພີ່ມທະວີການເຈລະຈາກັບບັນດາປະເທດ ອາຊຽນ. ຕໍ່ໜ້າເຫດການດັ່ງກ່າວ, ສະພາການຄ້າ ອາເມລິກາ - ອາຊຽນ (USABC) ໄດ້ອອກສຽງສະໜັບສະໜູນເລື່ອງສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດກັບ ອາຊຽນ. ທ່ານ Alexander Feldman, ປະທານ ທັງເປັນຜູ້ອຳນວຍການບໍລິຫານ USABC ໄດ້ເນັ້ນໜັກວ່າ: ອາຊຽນ ຈະແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 4 ຂອງ ອາເມລິກາ. ຄວາມສຳຄັນບໍ່ພຽງແຕ່ແມ່ນ ອາຊຽນ ຈະເຕີບໂຕໃນບັນດາທົດສະວັດຈະມາເຖິງເທົ່ານັ້ນ ຫາກຍັງແມ່ນບັນດາຕະຫຼາດເຕີບໂຕໄວທີ່ສຸດໃນໂລກອີກດ້ວຍ.