ອາເມລິກາຮັບຮູ້ວ່າຍັງມີສິ່ງກີດຂວາງໃຫຍ່ໃນການເຈລະຈາກັບອີຣານ

ອາເມລິກາຮັບຮູ້ວ່າຍັງມີສິ່ງກີດຂວາງໃຫຍ່ໃນການເຈລະຈາກັບອີຣານ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ແລະ ຄູ​່​ຕຳ​ແໜ່ງ ອີ​ຣານ Mohamad Javad Zarif
(ພ​າບ: AFP/TTXVN)

(vovworld) – ​ວັນ​ທີ 4/3, ທ່ານ​ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ໃຫ້​ຮູ້​ວ່າ: ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ພໍ​ສົມ​ຄວນ ແລະ ບັນ​ດາ​ການ​ເລືອກ​ເຟັ້ນ​ສຳ​ຄັນ​ໃນ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ. ທ່ານ Kerry ໄດ້​ຍົກ​ອອກ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ອອກ​ມາ​ພາຍຫຼັງ​ປະ​ຕິ​ບັດ​ສຳ​ເລັດ​ການ​​ເຈ​ລະ​ຈາ​ເປັນ​ເວ​ລາ 3 ວັນ​ກັບ​ຄູ່​ຕຳ​ແໜ່ງ ອີ​ຣານ Mohamad Javad Zarif. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ກາ​ນ​ນັກ​ຂ່າວ​ຢູ່ປະ​ເທດ​ສະ​ວິດ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ John Kerry ໃຫ້​ຮູ້​ວ່າ: ທ່ານ​ຈະ​ບໍ່​ລັ່ງ​​ໃຈ​ຍ້ອ​ນ​ບັນ​ດາ​ປັດ​ໄຈ​ພາຍນອກ ຫຼື ການ​ເມືອງ​ເມື່ອ​ເຈ​ລະ​ຈາ (ກ​ັບ ອີ​ຣານ) ແລະ ບໍ່​ວ່າ​ຂໍ້​ຕົກ​ລົງ​ໃດໆ ເຊິ່ງ​ລວມ​ມີ​ບັນ​ດາ​ມາດ​ຕະ​ການກວດ​ກາ ແລະ ​ແຊກ​ຊຶມ​ຕົວ​ຈິງເພື່ອ​ຮັບ​ຂໍ້​ມູນ​ຂ່າວ. ທ່ານ John Kerry ເນັ້ນ​ໜັກ​ວ່າ: ບໍ່​ວ່າ​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ໃດ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ໂຄງ​ການ ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ ລ້ວນ​ແຕ່​ຕ້ອງ​ຮັບ​ປະ​ກັນ​ຄວາມ​ດຸ່ນ​ດຽງ​ຢ່າງ​ລະ​ອ​ຽດ​ຢູ່​ຂອບ​ຂະ​ໜາ​ດ​ທົ່ວ​ໂລກ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ້​ຮູ້​ວ່າ: ຄວາມ​ແຕກ​ຕ່າງ​ກັນ​ໃຫຍ່ຫຼວງ​ທີ່​ສຸດ ແມ່ນ​ກ່ຽວ​ຂ້ອງ​ເຖິງ​ການ​ຍົ​ກເລີກ​ບັນ​ດາ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ ກໍ່​ຄື​ການ​ເສີມ​ທາ​ດ Urani ຢູ່​ເຕົ່າ​​ນິວ​ເຄຼຍ Arak ພວມ​ໄດ້​ຮັບ​ການກໍ່​ສ້າງ​ຢູ່ ອີ​ຣານ.

       


ຂ່າວ/ບົດ​ອື່ນ