ອາເມລິກາຮຽກຮ້ອງໃຫ້ ສ້າງບັນດາການເຄື່ອນໄຫວ ຢູ່ເຂດຂັດແຍ້ງກົນບົນ ທະເລຕາເວັນອອກຢ່າງຈະແຈ້ງ
(ພາບ: IHS Jane's)
(vovworld)– ການເຄື່ອນໄຫວກໍ່ສ້າງດ້ວຍຂອບຂະໜາດໃຫ່ຍຢູ່ບັນດາເຂດຂັດແຍ້ງ ກັນບົນທະເລຕາເວັນອອກ ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມ. ນັ້ນແມ່ນຄຳປະກາດຂອງຜູ້ຕາງໜ້າກະຊວງການຕ່າງປະເທດອາເມລິກາເມື່ອເຕື້ອງເຖິງເລື່ອງຈີນກໍ່ສ້າງເກາະແຫ່ງໃໝ່ຢູ່ເຂດໝູ່ເກາະເຈື່ອງຊາ.
ທີ່ການປະຊຸມຂ່າວຈັດຂຶ້ນໃນຕອນເຊົ້າວັນທີ 25/11 ຕາມເວລາຫວຽດນາມ, ທ່ານ Jeff Rathke ຜູ້ອຳນວຍການຫ້ອງການສື່ມວນຊົນ ສັງກັດກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ: ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກໄດ້ຊີ້ແຈ້ງບັນດາຂໍ້ມາດຕາທີ່ຝ່າຍຕ່າງໆຕ້ອງປະຕິບັດຕາມສຳລັບບັນດາການເຄື່ອນໄຫວຢູ່ເຂດນີ້. ຕາມທ່ານ Jeff Rathke ແລ້ວ, ມາດຕາທີ 5 ຂອງຖະແຫຼງການດັ່ງກ່າວກຳນົດວ່າຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງໃຫ້ຄຳໝັ້ນສັນຍາລະງັບໃຈ, ບໍ່ດຳເນີນບັນດາການເຄື່ອນໄຫວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ຫຼືເພີ່ມຄວາມ ຂັດແຍ້ງ, ກໍ່ຜົນສະທ້ອນຕໍ່ສັນຕິພາບ ແລະ ສະຖຽນລະພາບ:
“ຕາມທັດສະນະຂອງພວກຂ້າພະເຈົ້າ, ການເຄື່ອນໄຫວກໍ່ສ້າງດ້ວຍຂອບຂະໜາດໃຫ່ຍ ຫຼືບັນດາບາດກ້າວເດີນໃຫ່ຍເພື່ອແນໃສ່ຫັນການເຄື່ອນໄຫວຕ່າງໆເປັນການເຄື່ອນໄຫວດ້ານການທະຫານ ຫຼືເປີດກວ້າງບັນດາການເຄື່ອນໄຫວປະຕິບັດກົດໝາຍຢູ່ເຂດປ້ອມປ້ອງກັນນັ້ນຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ກໍ່ຄວາມເຄັ່ງຕຶງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ຖະແຫຼງການຂອງຝ່າຍຕ່າງໆທີ່ກ່ຽວຂ້ອງຈະຫຼີກເວັ້ນບັນດາການກະທຳໃດໜຶ່ງໃນວິວັດການເຈລະຈາປະມວນຫຼັກການປະພຶດໄດ້, ອັນຈະສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກ ແລະ ຕັ້ງໜ້າ, ພ້ອມທັງຫລຸດຜ່ອນໄພອັນຕະລາຍຈະເກີດຂຶ້ນໄດ້ຫຼາຍພໍສົມຄວນ“./.