ອາເມລິກາເປິດກວ້າງບັນຊີລາຍຊື່ລົງໂທດຕ້ານລັດເຊຍ

ອາເມລິກາເປິດກວ້າງບັນຊີລາຍຊື່ລົງໂທດຕ້ານລັດເຊຍ - ảnh 1
(​ພາບ​ປະ​ກອບ: Sputnik)

(vovworld) - ວັນ​ທີ 22/12, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ ໄດ້​ເພີ່ມ​​ເຕີ່ມລາຍ​ຊື່​ບຸກ​ຄົນ ແລະ ອົງ​ການ​ຈັດ​ຕັ້ງ​ຂອງ​ລັດ​ເຊຍ ​ຕື່ມ​ອີກ 10 ຄົນອົງ​ການ​ຈັດ​ຕັ້ງເຂົ້າ​ບັນ​ຊີ​ລາຍ​ຊື່​ຖືກລົງ​ໂທດ ດ້ວຍ​ຄຳ​ກ່າວ​ຫາ​ມີ​ສ່ວນ​ກ່ຽ​ວ​ຂ້ອງ​ເຖິງວິ​ກິດ​ການ​ຢູ່​ຢູ​ແກຼນ. ນອກນັ້ນ, ທະ​ນາ​ຄານ, ​ໂຮງ​ຈັກໂຮງ​ງານ ແລະ ບັນ​ດາ​ບໍ​ລິ​ສັດ​ຕ່າງໆ​ຂອງ​ລັດ​ເຊຍ 12 ແຫ່ງກໍ​ຖືກອາ​ເມ​ລິ​ກາ ​ເພີ່ມ​ເຕີ່ມ​ເຂ​ົ້າ​ບັນ​ຊີ​ລາຍ​ຊື່ຖືກ​ລົງ​ໂທດ​ດ້ວຍ​ຄຳ​ກ່າວ​ຫາວ່າ​ “ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ Crimea”. ​ໃນ​ທັນ​ທີ, ລັດ​ເຊຍ ໄດ້​ຕຳ​​ໜິ​ຕິ​ຕຽນ​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ ແມ່ນ​ຜິດ​ພາດ, ມີ​ລັກ​ສະ​ນະ​ເປັ​ນ​ປໍ​ລະ​ປັກ ແລະ ມົດ​ສະ​ກູ ​ພ້ອ​ມ​ແລ້ວ​ທີ່​ຈະມີ​ບັນ​ດາ​ມາດ​ຕະການ​ໂຕ້​ຕອບ. ກ່າ​ວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ວັງ Kremlin, ທ່​ານ Dmitry Peskov, ເລ​ຂາ​ສື່ມວນ​ຊົນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊ​ຍ ໃຫ້​ຮູ້​ວ່າ, ລັດ​ເຊຍ ​ຈ​ະ​ດຳ​ເນີນ​ການ​ໄຈ້​ແຍກ​ຂໍ້​ຕົກ​ລົງ​ເຊິ່ງ​ອາ​ເມ​ລິ​ກາ ຫາ​ກໍ​່ຮັບ​ຮອງ​ເອົາ, ຫຼັງ​ຈາກນັ້ນ​ຈະ​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ຕອບ​ໂຕ້.

ຂ່າວ/ບົດ​ອື່ນ