ອາເມລິກາເປີດກວ້າງບັ້ນຮົບບຸກໂຈມຕີທາງອາກາດຢູ່ພາກເໜືອອາບການິດສະຖານ

(VOVWORLD) -ວັນທີ 06 ກຸມພາ, ກອງທັບອາເມລິກາ ຢູ່ອາບການິດສະຖານ ຖະແຫຼງວ່າ, ກຳລັງນີ້ໄດ້ດຳເນີນບັນດາບັ້ນບຸກໂຈມຕີທາງອາກາດໃນຮອບເວລາ 96 ຊົ່ວໂມງຜ່ານມາ ແນໃສ່ບັນດາຮາກຖານຝຶກຊ້ອມຂອງຕາລີບານ ຢູ່ແຂວງ Badakhshan
ອາເມລິກາເປີດກວ້າງບັ້ນຮົບບຸກໂຈມຕີທາງອາກາດຢູ່ພາກເໜືອອາບການິດສະຖານ - ảnh 1 (ພາບປະກອບ: CNN)

ຜ່ານນັ້ນ ສະກັດກັ້ນບັນດາການເຄື່ອນໄຫວກໍ່ການຮ້າຍຢູ່ເຂດໃກ້ກັບເສັ້ນຊາຍແດນຈີນ ແລະ Tajikistan. ບັນດາບັ້ນບຸກໂຈມຕີທາງອາກາດກໍ່ໄດ້ທຳລາຍບັນດາພາຫະນະຂອງກອງທັບອາບການິດສະຖານ ເຊິ່ງ ຕາລີບານ ລັກມາ ດ້ວຍຈຸດປະສົງຫັນປ່ຽນເປັນບັນດາລົດໂອໂຕບັນລຸລູກລະເບີດ.

        ບັ້ນຮົບຂອງທັບອາກາດອາເມລິກາ ແມ່ນການເປີດກວ້າງບັ້ນຮົບເຊິ່ງເລີ່ມຕົ້ນຢູ່ແຂວງພາກໃຕ້ Helmand, ເຊິ່ງແມ່ນແຫ່ງທີ່ອາເມລິກາ ສືບຕໍ່ຖິ້ມລະເບີດໃສ່ບັນດາເປົ້າໝາຍທີ່ແມ່ນບັນດາຮາກຖານປູກຢາຕົ້ນຢາຝິ່ນຂອງຕາລີບານ - ແຫຼ່ງລາຍຮັບຫຼາຍພໍສົມຄວນຂອງອົງການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ