ອາເມລິກາເປີດການບໍລິການກຳ່ປັ່ນການຄ້າເຖິງກຸຍບາ
(ພາບປະກອບ: CNN)
(vovworld) – ໃນການກະທຳທີ່ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມມານະພະຍາຍາມຂອງອາເມລິກາ ເພື່ອແນໃສ່ຍູ້ໄວວິວັດການຫັນການພົວພັນກັບກຸຍບາ ເປັນປົກກະຕິ, ວັນທີ 05/05, ເປັນຄັ້ງທຳອິດພາຍຫຼັງໄລຍະກວ່າເຄິ່ງສະຕະວັດ ເຈົ້າໜ້າທີ່ປະເທດນີ້ໄດ້ອອກໜັງສືອະນຸຍາດເປີດບັນດາການບໍລິການກຳ່ປັ່ນການຄ້າທາງທະເລເຖິງກຸຍບາ. ສຳນັກງານກວດກາຊັບສົມບັດຕ່າງປະເທດ ສັງກັດກະຊວງການເງິນອາເມລິກາ ໃຫ້ຮູ້ວ່າໄດ້ຕົກລົງຍົກເລີກຄຳສັ່ງເກືອດຫ້າມດັ່ງກ່າວ ແລະ ບໍລິສັດການບໍລິການກຳ່ປັ່ນຂົງສົ່ງທາງທະເລອາເມລິກາ ມີສຳນັກງານຕັ້ງຢູ່ Floria ໄດ້ຮັບໜັງສືອະນຸຍາດເປີດບັນດາການບໍລິການກຳ່ປັ່ນຂົງສົ່ງທາງທະເລເຖິງກຸຍບາ ຢ່າງທັນທີ. ທ່ານຫົວໜ້າບໍລິສັດ Joseph Hinson, ໃຫ້ຮູ້ວ່າ, ນີ້ແມ່ນບາດກ້າວອັນໃຫຍ່ຫຼວງ, ເຖິງວ່າຍັງມີບາງລະບຽບການຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ 2 ປະເທດ ກ່ອນທີ່ກໍ່າປັ່ນຂົນສົ່ງລຳທຳອິດເລີ່ມເດີນທາງ. ພ້ອມກັນນັ້ນ, ບັນດາກຳ່ປັ່ນກໍ່ຈະໄດ້ຮັບອະນຸຍາດຂົນສົ່ງສິນຄ້າເຖິງກຸຍບາ.