ປະທານາທິບໍດີອາເມລິກາ Barack Obama
(ພາບ: tinmoi.vn)
(vovworld) - ປະທານາທິບໍດີອາເມລິກາ Barack Obama ຫາກໍ່ຕົກລົງແຜນການ ເພີ່ມຈຳນວນພົນທະຫານຕື່ມອີກ 1500 ຄົນເຖິງອີຣັກ, ເພື່ອໜູນຊ່ວຍໃຫ້ອຳນາດການປົກຄອງແບກແດດ ແລະ ກຳລັງຊາວເກີດ ທີ່ພວມສູ້ຮົບກັບກຸ່ມລັດອິດສະລາມ (IS) ອ້າງຕົວເອງ, ເພີ່ມຈຳນວນພົນທະຫານອາເມລິກາຢູ່ປະເທດນີ້ຂຶ້ນທົບ 2 ເທົ່າ. ແຈ້ງຂ່າວຂອງທຳນຽບຂາວຊີ້ແຈ້ງວ່າ, ໃນຂອບເຂດຍຸດທະສາດ ເພື່ອແນໃສ່ເພີ່ມທະວີບັນດາຄູ່ຮ່ວມມືໃນພູມີປະເທດຕົວຈິງ, ພົນທະຫານອາເມລິກາທີ່ໄດ້ຮັບການເພີ່ມເຕີມນັ້ນຈະບໍ່ປະຕິບັດບົດບາດສູ້ຮົບ, ຫາກປະຕິບັດໜ້າທີ່ຝຶກອົບຮົມ, ໃຫ້ຄຳປຶກສາ ແລະ ໜູນຊ່ວຍບັນດາກຳລັງປ້ອງກັນຄວາມສະຫງົບອີຣັກ. ພ້ອມກັບແຜນການເພີ່ມຈຳນວນພົນທະຫານຢູ່ອີຣັກ, ອຳນາດການປົກຄົງຂອງ ປະທານາທິບໍດີ Barack Obama ກໍ່ຈະຮຽກຮ້ອງສະພາແຫ່ງຊາດໃຫ້ສັດຕະຍາບັນເພີ່ມຈຳນວນເງິນ 5,6 ຕື້USD ໃຫ້ແກ່ກອງທຶນຝຶກອົບຮົມ ແລະ ອາວຸດໃຫ້ແກ່ອີຣັກ, ໃນນັ້ນມີ 1,6 ຕື້ USD ແມ່ນສະຫງວນໃຫ້ແກ່ການເຄື່ອນໄຫວປະກອບອາວຸດແກ່ກອງທັບລັກຖະບານອີຣັກ.