ອາເມລິກາເລີ່ມຕົ້ນແຜນການສັນຕິພາບຕາເວັນອອກກາງສ່ວນໜຶ່ງ
(VOVWORLD) -ວັນທີ 19 ພຶດສະພາ, ທຳນຽບຂາວໄດ້ເລີ່ມຕົ້ນສ່ວນທຳອິດຂອງແຜນການສັນຕິພາບຢູ່ຕາເວັນອອກກາງ ທີ່ໄດ້ຄອງຄອຍມາເປັນເວລາດົນນານ, ໃນນັ້ນລວມມີການສົ່ງເສີມການລົງທຶນເຂົ້າໃນເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ເຂດກາຊາ ແລະ ໃນທົ່ວເຂດນີ້.
ທ່ານ Jared Kushner ທີ່ປຶກສາຂັ້ນສູງຂອງປະທານາທິບໍດີອາເມລິກາ
(ພາບ: AFP/TTXVN )
|
ທຳນຽບຂາວປະກາດວ່າ: ອາເມລິກາ ຈະສົມທົບກັບ Bahrain ເພື່ອຈັດກອງປະຊຸມສຳມະນາເສດຖະກິດທີ່ໃສ່ຊື່ວ່າ “ຈາກສັນຕິພາບ ກ້າວໄປສູ່ຄວາມວັດທະນາຖາວອນ” ຢູ່ນະຄອນຫຼວງ Manama ຂອງ Bahrain ໃນລະຫ່ວາງວັນທີ 25-26 ມິຖຸນາ ຊື່ງຈະດຶງດູດການເຂົ້າຮ່ວມຂອງການນຳບັນດາປະເທດ, ອົງການຈັດຕັ້ງສັງຄົມພົນລະເຮືອນ ແລະ ວິສາຫະກິດ ເພື່ອແນໃສ່ແບ່ງປັນແນວຄວາມຄິດ, ປຶກສາຫາລືຈາຍຸດທະສາດ ແລະ ໜູນຊ່ວຍບັນດາຂໍ້ລິເລີ່ມ ແລະ ການລົງທຶນເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນທີ່ສາມາດປະຕິບັດໄດ້ດ້ວຍຂໍ້ຕົກລົງສັນຕິພາບສະບັບໜຶ່ງ. ກອງປະຊຸມສຳມະນານີ້ຈະສຸມໃສ່ພິເສດເຂົ້າໃນເລື່ອງສ້າງອະນາຄົດແຫ່ງວັດທະນາຖາວອນໃຫ້ແກ່ຊາວ Palestine.